ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕ​ເລິມ ພົບ​ປະ​​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ, ທອງ​ລຸນ ສີ​ສຸ​ລິດ

(VOVWORLD) - ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊິ່ງພວມຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 10 – 13 ກັນຍາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕ​ເລິມ ພົບ​ປະ​​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ, ທອງ​ລຸນ ສີ​ສຸ​ລິດ - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ໃນການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຢັ້ງຢືນ ຫວຽດນາມ ຈະພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:

“ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍພັນລະຍາ ມີຄວາມໝາຍສຳຄັນເປັນພິເສດ, ປະກອບສ່ວນເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດໃຫ້ດີຍິ່ງໆຂຶ້ນ, ສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນຈຸດເວລາ ທີ່ສອງປະເທດ ພວມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນອາຍຸການໃໝ່ຂອງແຕ່ລະພັກ ໃນສະພາບການສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕາງກໍສະແດງຄວາມປະຕິຊົມຊື່ນຕໍ່ບັນດາການພັດທະນາໃໝ່ ແລະ ສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ໝາກຜົນການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນທິດທາງຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ສອງຝ່າຍໄດ້ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນໃນບັນດາບັນຫາຍຸດທະສາດ, ແລກປ່ຽນທິດສະດີ, ໂດຍສະເພາະແມ່ນບັນດາບັນຫາໃໝ່; ຍູ້ແຮງການໂຄສະນາ, ສຶກສາມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ ກໍຄື ການພົວພັນ ຫວຽດນາມ -  ລາວ - ກຳປູເຈຍ ໃນໝູ່ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ.

ການນຳສອງທ່ານກໍເຫັນດີເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນເປັນບ່ອນອີງທີ່ໝັ້ນແກ່ນໃຫ້ກັນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ນັບມື້ນັບສັບສົນ ແລະ ຫຼາຍຮູບຫຼາຍແບບຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ລວມ ມານະພະຍາຍາມຊຸກຍູ້, ສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກບົນພື້ນຖານຂຸດຄົ້ນ, ເສີມຂະຫຍາຍກຳລັງບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ການຄົມມະນາຄົມ, ໂທລະຄົມ, ການທ່ອງທ່ຽວຢ່າງແທດຈິງ, ເພື່ອສ້າງການຮ່ວມມື, ພ້ອມກັນພັດທະນາຢ່າງຍາວນານໃຫ້ແກ່ທັງສອງປະເທດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ສາມພື້ນຖານເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ