ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຈີນຄັ້ງທຳອິດໃນຖານະຕຳແໜ່ງໃໝ່ເພື່ອພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ບັນດາການນຳຫຼັກແຫຼ່ງຂອງຈີນ ແລກປ່ຽນບັນດາມາດຕະການສືບຕໍ່ເຂົ້າສູ່ລວງເລິກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຈີນ

ໂດຍສືບຕໍ່ບັນດາການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕອນຄ່ຳວັນທີ 18 ສິງຫາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳຈີນ, ພົບປະ ແລະ ໂອ້ລົມກັບພະນັກງານ ສະຖານທູດ ແລະ ຜູ້ຕາງໜ້າວົງຄະນະຍາດຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຈີນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຈີນຄັ້ງທຳອິດໃນຖານະຕຳແໜ່ງໃໝ່ເພື່ອພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ບັນດາການນຳຫຼັກແຫຼ່ງຂອງຈີນ ແລກປ່ຽນບັນດາມາດຕະການສືບຕໍ່ເຂົ້າສູ່ລວງເລິກ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນ ອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນ ກັບ ຈີນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ:

ຂ້າພະເຈົ້າຮູ້ສຶກດີໃຈ ເມື່ອເຫັນວ່າ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ລະຫວ່າງບັນດາແຂວງຕິດກັບຊາຍແດນ, ບັນດາແຂວງແຮກສ່ຽວໃນບັນດາຂະແໜງການ, ບັນດາທ້ອງຖິ່ນຂອງສອງປະເທດ, ປະຊາຄົມຊາວຫວຽດນາມ ນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບກ້າວໜ້າ. ຂ້າພະເຈົ້າກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ປະຊາຄົມຈະສືບຕໍ່ສາມັກຄີກັນ, ເປັນເອກະພາບ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນວິວັດການພັດທະນາຂອງປະເທດປະຈຳຖິ່ນ ແລະ ປັບປຸງເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ