ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ພົບ​ປະ​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ, ບັນດາຜົນງານເຊິ່ງປະເທດບັນລຸໄດ້ໃນໄລຍະຜ່ານມາ ແມ່ນຍ້ອນມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບ ແລະ ຂອງທັງລະບົບການເມືອງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ພົບ​ປະ​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຖ່າຍຮູບພ້ອມກັບການນຳ, ອະດີດການນຳພັກ, ລັດ (ພາບ: VOV)

  ຕອນເຊົ້າວັນທີ 15 ສິງຫາ, ຢູ່ສຳນັກງານສູນກາງພັກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດຄື ວັນທີ 2 ກັນຍາ, ກົມການເມືອງ ໄດ້ຈັດຕັ້ງກອງປະຊຸມພົບປະກັບບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ເພື່ອແນໃສ່ລາຍງານກ່ຽວກັບສະພາບການຂອງພັກ, ລັດໃນຊຸມເດືອນຕົ້ນປີ 2024, ໜ້າທີ່ຈຸດສຸມໃນຊຸມເດືອນທ້າຍປີ 2024 ແລະ ໄລຍະຈະມາເຖິງ.

ເມື່ອກ່າວຄຳເຫັນໃນກອງປະຊຸມພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ, ບັນດາຜົນງານເຊິ່ງປະເທດບັນລຸໄດ້ໃນໄລຍະຜ່ານມາ ແມ່ນຍ້ອນມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບ ແລະ ຂອງທັງລະບົບການເມືອງ. ທ່ານເນັ້ນໜັກວ່າ ກົມການເມືອງ, ຄະນະເລຂາທິການ ພວມເດັດດ່ຽວຊີ້ນຳ, ສຸມໃສ່ຊີ້ນຳນຳພາ ຮັບປະກັນການບຸກທະລຸ, ເພີ່ມລະດັບຄວາມໄວ ແລະ ປະຕິບັດບັນດາຄາດໝາຍ, ເປົ້າໝາຍ, ໜ້າທີ່ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງມີໄຊໂດຍໄວ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XVI ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ຄຳເຫັນປະກອບຂອງບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ