ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ Joe Biden

(VOVWORLD)   -  ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ ອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ, ວັນທີ 25 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden. 
ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ Joe Biden - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

  ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຫວຽດນາມ ແລະ ອາເມລິກາ ມີວິໄສທັດລວມ ກ່ຽວກັບການສ້າງອະນາຄົດລວມທີ່ສວຍສົດງົດງາມກວ່າ ໃຫ້ມວນມະນຸດ ຈາກບົດຮຽນ, ປະສົບການນີ້, ນັ້ນແມ່ນຍົກສູງບົດບາດຂອງຈິດໃຈຮຳບາດແຜ, ເຄົາລົບ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ໃນນັ້ນ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ ແມ່ນສຳຄັນທີ່ສຸດ.

        ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ລັດຖະບານ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການຟື້ນຟູຫຼັງພາຍຸ Yagi; ອາເມລິກາ ສະໜັບສະໜູນການສ້າງປະເທດ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ” ແລະ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ເພື່ອໃຫ້ສາຍພົວພັນ ອາເມລິກາ - ຫວຽດນາມ ສືບຕໍ່ເປັນແບບຢ່າງໃນການຮໍາບາດແຜສົງຄາມ ແລະ ຮ່ວມມືກັນສ້າງອະນາຄົດ.

        ການນຳສອງທ່ານເຫັນດີເພີ່ມທະວີການພົບປະ, ແລກປ່ຽນລະຫວ່າງທຸກຂັ້ນ, ເສີມຂະຫຍາຍກຳລັງບົ່ມຊ້ອນການຮ່ວມມືໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫຼາຍກວ່າອີກ, ສືບຕໍ່ຖືນີ້ແມ່ນຈຸດສຸມ ແລະ ແມ່ນຂອດບຸກທະລຸໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ. ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສໃນລະດັບພາກພື້ນ ແລະ ສາກົນ.

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກາ Joe Biden - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານປະທານທະນາຄານໂລກ (WB) Ajay Banga (ພາບ: TTXVN)

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກໍ່ໄດ້ຕ້ອນຮັບທ່ານປະທານທະນາຄານໂລກ (WB) Ajay Banga; ທ່ານສະມາຊິກສະພາສູງ Chris Coons ແລະ ການນຳບາງກຸ່ມບໍລິສັດເຄື່ອນໄຫວໃນຂົງເຂດພະລັງງານ, ດາວທຽມອາວະກາດ ແລະ ເຕັກໂນໂລຢີຂອງ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ