ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານກອງປະຊຸມນັດສາມັນຂອງກົມການເມືອງ

(VOVWORLD) - ກົມການເມືອງ, ຄະນະເລຂາ ໄດ້ຕິດຕາມທັງລາຍການຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເພື່ອຈັດຕັ້ງ, ຜັນຂະຫຍາຍກອງປະຊຸມຫຼາຍຄັ້ງດ້ວຍບັນດາຮູບແບບຢ່າງມີໄຫວພິບ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານກອງປະຊຸມນັດສາມັນຂອງກົມການເມືອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ
(ພາບ: TTXVN)

        ຕອນເຊົ້າວັນທີ 09 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມນັດສາມັນຂອງກົມການເມືອງ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບັນຫາສຳຄັນຈຳນວນໜຶ່ງຕາມສິດແກ້ໄຂຂອງກົມການເມືອງ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາວ່າ, ກົມການເມືອງ, ຄະນະເລຂາ ໄດ້ຕິດຕາມທັງລາຍການຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເພື່ອຈັດຕັ້ງ, ຜັນຂະຫຍາຍກອງປະຊຸມຫຼາຍຄັ້ງດ້ວຍບັນດາຮູບແບບຢ່າງມີໄຫວພິບ, ນັບທັງເຊິງໜ້າ ແລະ ອອນລາຍ, ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທີ່ໄດ້ວາງອອກມີປະສິດທິຜົນ. ເຖິງຢ່າງໃດກໍ່ຕາມ, ປະລິມານວຽກງານຂອງກົມການເມືອງ, ຄະນະເລຂານັບແຕ່ນີ້ຮອດທ້າຍປີຍັງຫຼາຍຢູ່. ບັນດາບັນຫາ, ຂົງເຂດກ່ຽວຂ້ອງເຖິງວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຕ້ອງປະຕິບັດສຳເລັດໃນປີ 2025, ປີສຸດທ້າຍຂອງບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ, ຍັງໃຫຍ່ຫຼວງຢູ່.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ກົມການເມືອງໃຫ້ບຸລິມະສິດແກ້ໄຂໝວດບັນດາແຜນຮ່າງຍື່ນສະເໜີກອງປະຊຸມສູນກາງຄັ້ງທີ 10 ແລະ ບັນດາກອງປະຊຸມສູນກາງຄັ້ງຕໍ່ໆໄປ; ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດໃຫ້ແກ່ທ້ອງຖິ່ນ, ວິສາຫະກິດຢ່າງທັນການ; ຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມໃຫ້ເປັນປົກກະຕິ, ສ້າງຄວາມພາກພູມໃຈໃນການອອກແຮງງານທຳການຜະລິດ ແລະ ຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ