ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານການຖະແຫລງຂ່າວສາກົນ

(VOVWORLD) -ໃນຕອນເຊົ້າວັນທີ 3 ສິງຫາ ຢູ່ ຮ່າໂນ້ຍ, ພາຍຫລັງໄດ້ຮັບການເລືອກຕັ້ງຮັບດຳລົງຕຳແຫນ່ງເປັນເລຂາທິການໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານການຖະແຫລງຂ່າວສາກົນ ໂດຍແຈ້ງໝາກຜົນກອງປະຊຸມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານການຖະແຫລງຂ່າວສາກົນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປັນປະທານການຖະແຫລງຂ່າວສາກົນ. ພາບ: Ngọc Thành/VOV

ກ່າວເປີດການຖະແຫລງຂ່າວ, , ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປ ແມ່ນການສູນເສຍອັນໃຫຍ່ຫລວງຂອງພັກ, ຂອງຊາດ ແລະ ປະຊາຊົນຫວຽດນາມ. ຢູ່ ໃນຊ່ວງເວລານີ້, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ກໍ່ຄືເພື່ອນມິດສາກົນ ພວມມີຄວາມຕືນຕັ້ນໃຈ, ໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳດີເລີດຂອງພັກກອມມູນິດ ຫວຽດນາມ.

          ແຕ່ຕໍ່ຫນ້າຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ເປັນປະຈຳ ຮີບດ່ວນຂອງພັກ ແລະ ລັດ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ກົມການເມືອງ, ຄະນະບໍລິຫານງານສູນກາງ ໄດ້ຕົກລົງແຜນນະໂຍບາຍບູລະນະບັນດາຕຳແຫນ່ງການນຳພັກ, ລັດ ກ່ອນອື່ນໝົດແມ່ນຕຳແຫນ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ.      

ທີ່ການຖະແຫລງຂ່າວ, ເມື່ອຕອບຄຳຖາມກ່ຽວກັບການໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້ແຈ້ງແນວທາງລວມຂອງພັກກອມມູນິດ ຫວຽດນາມ ເປັນຕົ້ນແມ່ນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII, ໃນນັ້ນ ມີແນວທາງການຕ່າງປະເທດ ບໍ່ມີຫຍັງປ່ຽນແປງ.

“ພວກຂ້າພະເຈົ້າພວມສືບຕໍ່ຈັດຕັ້ງການປະຕິບັດແນວທາງນີ້, ມະຕິນີ້ໃຫ້ເປັນຢ່າງດີ ກໍ່ຄືໝາກຜົນຂອງວຽກງານການຕ່າງປະເທດ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ຮັບການຕີລາຄາສູງຈາກສາກົນ. ພວກຂ້າພະເຈົ້າ ເນັ້ນຫນັກ: ການຮັກສາທັດສະນະເອກະລາດ, ເປັນເຈົ້ນຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນການເຄື່ອນໄຫວການຕ່າງປະເທດ, ຜົນປະໂຫຍດຂອງປະເທດ, ຂອງຊາດ ແມ່ນເຫນືອກວ່າສິ່ງໃດໝົດ, ຍາມໃດກໍ່ໄດ້ຮັບການປົກປັກຮັກສາ ແລະ ເຄົາລົບ.”

ຕອບກັບ

ຂ່າວ/ບົດ​ອື່ນ