ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ກີເນ - ບິດຊາວ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການນຳສອງທ່ານໄດ້ເປັນສັກຂີພິຍານພິທີເຊັນບັນດາເອກະສານຮ່ວມມືລະຫວ່າງສອງປະເທດ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ກີເນ - ບິດຊາວ ຢ່າງ​ເປັນ​ທາງ​ການ - ảnh 1(ພາບ: VOV)

     ຕອນບ່າຍວັນທີ 6 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສ.ກີເນ - ບິດຊາວ Umaro Sissoco Embaló ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 5-8 ກັນຍາ.

    ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງປະທານາທິບໍດີ ສ.ກີເນ - ບິດຊາວ ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດປີ 1973 ມາຮອດປະຈຸບັນ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ຍົກອອກທິດທາງເພື່ອຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃຫ້ຫາຍກວ່າອີກ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ກີເນ - ບິດຊາວ ຢ່າງ​ເປັນ​ທາງ​ການ - ảnh 2(ທີ່ການພົບປະເຈລະຈາ)

ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃນດ້ານການເມືອງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອມີຫັນປ່ຽນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືໃນຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊິ່ງ ຫວຽດນາມ ມີທ່າແຮງ ແລະ ນີເນ - ບິດຊາວ ມີຄວາມຕ້ອງການ.

2 ຝ່າຍເຫັນດີເພີ່ມທະວີສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ແບ່ງປັນວິໄສທັດລວມກ່ຽວກັບຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ…

ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການສ້າງກົນໄກທາບທາມຄວາມເຫັນດ້ານການເມືອງ ແລະ ການທູດລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ແລະ ບົດບັນທຶກຊ່ວຍຈຳການຮ່ວມມືດ້ານກະສິກຳລະຫວ່າງ 2 ກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ