ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) - ທ່ານສະເໜີໃຫ້ນະຄອນ ຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍທີ່ຕັ້ງສຳຄັນພິເສດຂອງນະຄອນຫຼວງສຳລັບທົ່ວປະເທດ, ຍົກສູງນ້ຳໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະກິດສ້າງ...
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1

(ພາບ: VOV)

     ຕອນບ່າຍວັນທີ 9 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກນະຄອນຫຼວງ ຮ່າໂນ້ຍ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊີ້ແຈ້ງບັນດາໜ້າທີ່ຂອງນະຄອນໃນໄລຍະທີ່ຈະມາເຖິງ, ນັ້ນແມ່ນສຸມໃສ່ຜັນຂະຫຍາຍຫຼາຍມາດຕະການຢ່າງແຮງ ເພື່ອເພີ່ມລະດັບຄວາມໄວບັນລຸໝາກຜົນທີ່ສູງທີ່ສຸດທີ່ສາມາດເຮັດໄດ້. ຮີບເຮັ່ງສຳເລັດບັນດາຄາດໝາຍ, ແຜນການທີ່ໄດ້ວາງອອກໃນອາຍຸການ 2020-2025. ທ່ານສະເໜີໃຫ້ນະຄອນ ຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍທີ່ຕັ້ງສຳຄັນພິເສດຂອງນະຄອນຫຼວງສຳລັບທົ່ວປະເທດ, ຍົກສູງນ້ຳໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະກິດສ້າງ, ກ້າຄິດກ້າທຳ, ສືບຕໍ່ປ່ຽນໃໝ່ຈິນຕະນາການ, ນຳ ຮ່າໂນ້ຍ ພັດທະນາແຮງກ່ວາອີກ, ຮອບດ້ານກ່ວາອີກ, ກາຍເປັນນະຄອນດີເດັ່ນຂອງທົ່ວປະເທດໃນທຸກດ້ານ, ກາຍເປັນນະຄອນອັດສະລິຍະ, ທັນສະໄໝ, ມີວັດທະນະທຳ, ມີມູນເຊື້ອອະລິຍະທຳ ແລະ ເສດຖະກິດພັດທະນາ, ສັງຄົມສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ