ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin

(VOVWORLD) - ວັນທີ 8 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍ ລັດເຊຍ Vladimir Putin.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: VOV)

ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ພາຍຫຼັງໄດ້ຝາກຈົດໝາຍຊົມເຊີຍ, ທ່ານສະເໜີຢາກໂອ້ລົມທາງໂທລະສັບເພື່ອຊົມເຊີຍທ່ານປະທານປະເທດ ຫວຽດນາມ ໂຕເລິມ ທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍກົງ; ທ່ານສະແດງຄວາມເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຈະນຳພາພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ປະສົບຜົນສຳເລັດຫຼາຍກວ່າອີກໃນພາລະກິດແຫ່ງການກໍ່ສ້າງພັກ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

        ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຖືວຽກງານປັບປຸງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ ເປັນສຳຄັນ, ຍາມໃດກໍກຳນົດການພົວພັນກັບ ລັດເຊຍ ແມ່ນການພົວພັນມີຄວາມສຳຄັນຍຸດທະສາດ, ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

        ໃນການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ແລກປ່ຽນ, ເອກະພາບບາງກຳນົດທິດໃຫຍ່ໃນໄລຍະຈະມາເຖິງ ໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ