ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ ຄະ​ນະ​ການ​ນຳ Asia Sociey ແລະ ເພື່ອນ​ມິດ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບ ຄະນະການນຳ ອົງການສຶກສາ ແລະ ວັດທະນະທຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ ຄະ​ນະ​ການ​ນຳ Asia Sociey ແລະ ເພື່ອນ​ມິດ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ (ອາເມລິກາ), ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ອາເມລິກາ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 79, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບ ຄະນະການນຳ ອົງການສຶກສາ ແລະ ວັດທະນະທຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕີລາຄາສູງຄວາມເອົາໃຈໃສ່, ການສະໜັບສະໜູນຂອງ Asia Sociey ແລະ ທ່ານນາງ Kang Kyung-wha ຕໍ່ຫວຽດນາມ ໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີໃນເມື່ອກ່ອນ ແລະ ປະທານ Asia Sociey ໃນປັດຈຸບັນ, ທ່ານປາດຖະໜາວ່າ ຄະນະການນຳ Asia Sociey ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ແລະ ອາຊຽນ.

ໃນໂອກາດນີ້, ທ່ານ ໂຕເລິມ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງບັນດາເພື່ອນມິດອາເມລິກາຄື: ທ່ານ Daniel Russell ອະດີດຮອງຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ, ທ່ານ Dan Kritenbrink ຜູ້ຊ່ວຍວຽກລັດຖະບານການຕ່າງປະເທດ, ທ່ານ Marc Knapper ເອກອັກຄະລັດຖະທູດທີ່ໄດ້ປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການສ້າງຕັ້ງ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2013 ແລະ ຊຸກຍູ້ການຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ