ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດເຂົ້າ​ຢື່ນ​ສານ​ຕາ​ຕັ້ງ

(VOVWORLD) - ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ ອາກຊັງຕິນ, ອານເຊຣີ, ເຢຍລະມັນ, ສປປ.ເກົາຫຼີ ແລະ ຊູແອັດ ເຂົ້າຢື່ນສານຕາຕັ້ງຮັບ ໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບທ່ານ Marcos Antonio Bednarski ເອກອັກຄະລັດຖະທູດ ອາກຊັງຕິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບ ອາກຊັງຕິນ ເຊິ່ງເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ອາເມລິກາລາຕິນ ໃຫ້ດີກ່ວາອີກ.

ທີ່ການຕ້ອນຮັບທ່ານ Sofiane Chaib ເອກອັກຄະລັດຖະທູດ ອານເຊຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອ ລະ ການຮ່ວມມືມິດຕະພາບກັບ ອານເຊຣີ; ທ່ານສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຕັ້ງໜ້າຊຸກຍູ້, ຍົກລະດັບການພົວພັນສອງຝ່າຍ; ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສຫຼາຍຝ່າຍ ແລະ ສາກົນ.

ທີ່ການຕ້ອນຮັບທ່ານ Helga Margarete Barth ເອກອັກຄະລັດຖະທູດ ເຢຍລະມັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ລັດ ແລະ ລັດຖະບານ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ສ.ເຢຍລະມັນ.

ທີ່ການຕ້ອນຮັບທ່ານ Ri Sung Guk ເອກອັກຄະລັດຖະທູດ ສປປ.ເກົາຫຼີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາຢາກພ້ອມກັບສປປ.ເກົາຫຼີ ຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ສະແດງຄວາມຊົມເຊີບຕໍ່ເລື່ອງທ່ານເອກອັກຄະລັດຖະທູດ ຊູແອັດ Johan Ndisi ຮັບໜ້າທີ່ໃໝ່ຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາຢາກສອງຝາຍຊຸກຍູ້ການພົວພັນແລກປ່ຽນປະຊາຊົນຜ່ານບັນດາການເຄື່ອນໄຫວຮ່ວມມືດ້ານການສຶກສາ, ວັດທະນະທຳ - ສິລະປະ, ກິລາ, ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ