ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢ້ຽມຢາມຫວຽດນາມ

(VOVWORLD) -ໂດຍໄດ້ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ. ລາວ ໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 3 7 ກໍລະກົດ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢ້ຽມຢາມຫວຽດນາມ - ảnh 1 ທ່ານປະທານປະເທດລາວ ບຸນຍັງ ວໍລະຈິດ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ກ່ອນການເຈລະຈາ

(ພາບ: kpl.gov.la)

ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ມີການເຈລະຈາກັບ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ມີການພົບປະກັບທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

        ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ຢັ້ງຢືນ ແລະ ເນັ້ນໜັກເຖິງ ຄວາມໝາຍ, ຄວາມສຳຄັນຍຸດທະສາດຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ; ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ,  ຮັບປະກັນການກຳນົດທິດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືດ້ານການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສືບຕໍ່ຮັກສາບັນດາການພົບປະ, ແລກປ່ຽນຄະນະຜູ້ແທນລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ດ້ວຍຫຼາຍຮູບແບບ ເປັນປະຈຳ; ປັບປຸງ, ບູລະນະ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມືລະຫວ່າງສອງພັກ, ສອງລັດ; ເປີດກວ້າງການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ; ພ້ອມທັງຍູ້ແຮງການໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະ ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດ ກ່ຽວກັບມູນເຊື້ອຄວາມສາມັກຄີ ແບບພິເສດຫວຽດນາມ - ລາວ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະພັນລະຍາ ເປັນເຈົ້າພາບງານລ້ຽງຮັບຕ້ອນທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ມາຢ້ຽມຢາມຫວຽດນາມ. ພາຍຫຼັງການເຮັດວຽກຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ສືບຕໍ່ໄປຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ແຂວງແທັງຮວ໋າ, ຟຸທໍ້, ນິງບິງ ແລະ ກອງບັນຊາການທະຫານເຂດ 2.

ຕອບກັບ

ຂ່າວ/ບົດ​ອື່ນ