ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຝລັ່ງ

(VOVWORLD) -ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe.
ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຝລັ່ງ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບນາຍົກລັດຖະມົນຕີຝລັ່ງ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຊົມເຊີຍເລື່ອງ 2 ຝ່າຍໄດ້ເສີມຂະຫຍາຍ ແລະ ຮັກສາທ່າພົວພັນຄູ່ຮ່ວມມືຍຸດທະສາດຜ່ານຫຼາຍກົນໄກ ແລະ ຮູບແບບການຮ່ວມມື. ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືຝລັ່ງ ແມ່ນຄູ່ຮ່ວມມືແຖວໜ້າຢູ່ເອີລົບ ກໍ່ຄືໃນໂລກ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຕັ້ງໜ້າສົມທົບກັນເພື່ອປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນຫຼາຍຂົງເຂດໃນໄລຍະຜ່ານມາ, ພ້ອມກັນມານະພະຍາຍາມຮັກສາທ່າພັດທະນາຢ່າງຕັ້ງໜ້າໃນການພົວພັນ 2 ຝ່າຍ…

        ສ່ວນທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ຖືວ່າ, ຫວຽດນາມ ແລະ ຝລັ່ງ ມີການພົວພັນພິເສດ, ໄມຕີຈິດ, ດ້ວຍການພັດທະນາຕັ້ງໜ້າຫຼາຍຢ່າງໃນຊຸມປີຜ່ານມາ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃຫ້ບັນລຸປະສິດທິຜົນໃນບັນດາຂົງເຂດໃນໄລຍຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ