ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ ຫງວຽນຝູຈ້ອງ ​ເປັນ​ປະທານ​ກອງ​ປະຊຸມ​ກັບການ​ນໍາຫຼັກ​ແຫຼ່ງ

(VOVWORLD) -ວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກັບການນໍາຫຼັກແຫຼ່ງ.
ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ ຫງວຽນຝູຈ້ອງ ​ເປັນ​ປະທານ​ກອງ​ປະຊຸມ​ກັບການ​ນໍາຫຼັກ​ແຫຼ່ງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກັບການນໍາຫຼັກແຫຼ່ງ (ພາບ: TTXVN)

 ເຂົ້າຮ່ວມກອງປະຊຸມ ມີບັນດາກໍາມະການກົມການເມືອງຄື: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາ; ທ່ານ ຫງວຽນວັນເນັນ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

ກ່າວຄໍາເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ ໂຄງການ, ແຜນການທັງໝົດທີ່ໄດ້ວາງອອກນັ້ນ ຄວນຕິດຕາມຢ່າງໃກ້ຊິດ ເພື່ອກວດກາເລັ່ງລັດປະຕິບັດ, ຕ້ອງເອົາໃຈໃສ່ຊີ້ນໍາຫຼາຍກວ່າ, ສືບຕໍ່ການຕໍ່ສູ້ປ້ອງກັນດ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ດ້ວຍຈິດໃຈເດັດດ່ຽວ, ຢຶດໝັ້ນ ຍົກສູງຈິດໃຈສາມັກຄີ ເປັນເອກະພາບສູງຢູ່ທຸກຂັ້ນ, ຂະແໜງການຕ່າງໆ ສ້າງຄວາມເຫັນດີເຫັນພ້ອມໃນປະຊາຊົນ.

ເດືອນ ເມສາ ແລະ ເຄິ່ງເດືອນພຶດສະພາ ມີຫຼາຍເຫດການພາຍໃນ ແລະ ການຕ່າງປະເທດທີ່ສໍາຄັນ, ການນໍາຫຼັກແຫຼ່ງ ແລະ ບັນດາກໍາມະການກົມການເມືອງ, ຄະນະເລຂາ, ການນໍາສະພາແຫ່ງຊາດ, ລັດຖະບານ ຕ້ອງຕິດຕາມໂຄງການ, ແຜນການ ສຸມໃສ່ຊີ້ນໍານໍາພາອົງການກ່ຽວຂ້ອງ, ທ້ອງຖິ່ນ ຜັນຂະຫຍາຍປະຕິບັດບັນດາໜ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ