ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວໄດ້ສິ້ນສຸດລົງຢ່າງປະສົບຜົນສຳເລັດທີ່ດີງາມ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ມີການ ເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວສະໄໝທີ 11 ທອງລຸນ ສີສຸລິດ 
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ  - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຊົມເຊີຍ  ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຢ່າງສຳເລັດຜົນ, ອວຍພອນທ່ານ  ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ.

   ສ່ວນ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື້ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ໃນກິດຈະການປ່ຽນແປງໃໝ່ ແລະ ຈັດຕັ້ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ຂອງພັກກອມມູນິດຫວຽດນາມ ຢ່າງປະສົບຜົນສຳເລັດ.

    ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ທອງລຸນ ສີສຸລິດ ໄດ້ຢືນຢັນວ່າ ການປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ ແມ່ນບັນຫາຍຸດທະສາດ ມີຄວາມໝາຍເປັນຕາຍດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.

   ຕໍ່ຈາກການ ເຈລະຈາທາງໂທລະສັບດັ່ງກ່າວ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ມີການເຈລະຈາ ຊົມເຊີຍທ່ານ ທອງລຸນ ສີສຸລິດ ຫາກໍໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວສະໄໝທີ 11

ຕອບກັບ

ຂ່າວ/ບົດ​ອື່ນ