ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້,  ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.
 ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍຄົນໃໝ່ (ພາບ: VOV)

ຕອນບ່າຍວັນທີ 13 ກັນຍາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍຄົນໃໝ່  ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້,  ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ, ມີຂໍ້ລິເລີ່ມຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການຮ່ວມມືຂອງພາກພື້ນ ແລະ ໂລກ.

ສ່ວນທ່ານ Prabowo Subianto ໄດ້ແບ່ງປັນຕໍ່ບັນດາຜົນເສຍຫາຍທີ່ໃຫຍ່ຫຼວງຂອງຫວຽດນາມ ໂດຍພາຍຸ Yagi ກໍ່ຂຶ້ນ. ທ່ານປະທານາທາບໍດີ Prabowo Subianto ຢັ້ງຢືນວ່າ ອິນໂດເນເຊຍ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບຫວຽດນາມ ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດອັນໜຶ່ງດຽວ ຂອງອິນໂດເນເຊຍ ໃນອາຊຽນ, ທ່ານປາດຖະໜາຢາກຜັນຂະຫຍາຍບັນດາມາດຕະການຢ່ງແຮງກ່ວາອີກເພື່ອນຳການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ