ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມ ພົບປະພະນັກງານຮັບໃຊ້, ຮັກສາດູແລປະທານໂຮ່ຈີມິນ

(VOVWORLD) -ບັນດາຜູ້ແທນມີຄວາມຕືນຕັ້ນໃຈເມື່ອທົບທວນຄືນບັນດາອະນຸສອນທີ່ບໍ່ອາດຫລົງລືມໄດ້ໃນວິວັດທະນາການປະຕິບັດຫນ້າທີ່, ພິເສດ ແມ່ນໃນຊຸມມື້ທ້າຍຊີວິດຂອງທ່ານປະທານໂຮ່ຈີມິນ. 
ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມ ພົບປະພະນັກງານຮັບໃຊ້,  ຮັກສາດູແລປະທານໂຮ່ຈີມິນ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳເຫັນທີ່ການພົບປະ. (ພາບ:VOV)

ມຸ່ງໄປເຖິງການສະເຫລີມສະຫລອງ 79 ປີ ແຫ່ງວັນປະຕິວັດ ເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ (2/9), 55 ປີແຫ່ງວັນປະທານໂຮ່ຈີມິນ  ຈາກໄປ, 55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງເພີ່ນ, 55 ປີແຫ່ງວັນອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຂອງເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ ທຳນຽບປະທານປະເທດ, ຕອນບ່າຍວັນທີ 15 ສິງຫາ, ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລີມ ໄດ້ມີການພົບປະສັງສັນກັບພະນັກງານຮັບໃຊ້, ຮັກສາດູແລປະທານໂຮ່ຈີມິນ ຢູ່ ທຳນຽບປະທານປະເທດ.

ທີ່ການພົບປະ, ບັນດາຜູ້ແທນມີຄວາມຕືນຕັ້ນໃຈເມື່ອທົບທວນຄືນບັນດາອະນຸສອນທີ່ບໍ່ອາດຫລົງລືມໄດ້ໃນວິວັດທະນາການປະຕິບັດຫນ້າທີ່, ພິເສດ ແມ່ນໃນຊຸມມື້ທ້າຍຊີວິດຂອງທ່ານປະທານໂຮ່ຈີມິນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະແດງຄວາມຕືນຕັ້ນໃຈຢ່າງເລິກເຊິ່ງເມື່ອໄດ້ຮັບຟັງບັນດາອະນຸສອນກ່ຽວກັບຊີວິດແຫ່ງການເຄື່ອນໄຫວຂອງທ່ານປະທານ ໂຮ່ຈີມິນ ພ້ອມທັງເນັ້ນຫນັກວ່າ:

 “55 ປີທີ່ທ່ານປະທານໂຮ່ຈີມິນ ຈາກໄປ, ໄດ້ປະໄວ້ໃຫ້ຊາດເຮົາ, ໃຫ້ພັກເຮົາສາງມໍລະດົກແນວຄິດອັນລ້ຳຄ່າ, ມໍລະດົກຈິດໃຈອັນລ້ຳຄ່າໃນຫລາຍຂົງເຂດ. ປະຈຸບັນ ພວກເຮົາສືບຕໍ່ຄົ້ນຄ້ວາ, ຮ່ຳຮຽນ ແລະ ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງເພື່ອປະຕິບັດຕາມຄຳພິໄນກຳຂອງເພີ່ນ, ສືບຕໍ່ຢັ້ງຢືນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ຫວຽດນາມໃນການຮັກສາແລະເສີມຂະຫຍາຍມໍລະດົກຂອງປະທານໂຮ່ຈີມິນ ກໍ່ຄືອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເຂດປູຊະນີຍະສະຖານຂອງເພີ່ນຢູ່ ທຳນຽບປະທານປະເທດ”

ຕອບກັບ

ຂ່າວ/ບົດ​ອື່ນ