ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ປະ​ນາມ ກົນ​ອຸ​ບາຍ​ລອບ​ສັງ​ຫານ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ

(VOVWORLD) -ວັນທີ 7 ພະຈິກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປະນາມກົນອຸບາຍລອບສັງຫານທ່ານນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi, ໂດຍຊີ້ແຈ້ງວ່າ ບັນດາບຸກຄົນມີສ່ວນກ່ຽວຂ້ອງ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ປະ​ນາມ ກົນ​ອຸ​ບາຍ​ລອບ​ສັງ​ຫານ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ - ảnh 1ທ່ານເລຂາທິການໃຫຍ່ ສປຊ  Antonio Guterres (ພາບ: UN)

ທ່ານເລຂາທິການໃຫຍ່ ສປຊ  Antonio Guterres ໄດ້ຮຽກຮ້ອງໃຫ້ ຊາວອີີີຣັກຈົ່ງລະງັບໃຈພ້ອມທັງປະຕິເສດການໃຊ້ຄວາມຮຸນແຮງ ແລະ ທຸກກົນອຸບາຍທີ່ກໍ່ຄວາມຂາດສະຖຽນລະພາບຢູ່ ອີີຣັກ. ທ່ານ Antonio Guterres ກໍ່ເລັ່ງທວງທຸກພາກສ່ວນການເມືອງ ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມລັດຖະທຳມະນູນ ແລະ ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາແບບກວມລວມ ແລະ ສັນຕິພາບ. ຕາມທ່ານ ເລຂາທິການໃຫຍ່ Antonio Guterres ແລ້ວ, ສປຊ ຈະສືບຕໍ່ຄຽງບ່າຄຽງໄຫຼ່ ກັບປະຊາຊົນ ແລະ ລັດຖະບານ ອີຣັກໃນຄວາມມານະພະຍາຍາມ ມຸ່ງໄປເຖິງ ອະນາຄົດທີ່ສົດໄສກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ