ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ

(VOVWORLD) - ວັນທີ 23 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໂອ້ລົມທາງໂທລະສັບກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ​ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໂອ້ລົມທາງໂທລະສັບກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ (ພາບ:VOV)

ນະທີ່ນີ້, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  ໄດ້ສົ່ງຄຳຊົມເຊີຍດ້ວຍຄວາມຍິນດີຢ່າງສຸດໃຈ ມາຍັງທ່ານພົນເອກ ໂຕເລີມ ທີ່ຫາກໍໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ. ທ່ານເລຂາທິການໃຫຍ່ ສປຊ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ, ລັດ ຫວຽດນາມ ແລະ ສ່ວນຕົວທ່ານປະທານປະເທດ ໂຕເລີມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍກວ່າອີກກ່ຽວກັບທຸກດ້ານ, ໂດຍສະເພາະແມ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ທ່ານເລຂາທິການໃຫຍ່ Antonio Guterres ຢັ້ງຢືນວ່າ ສປຊ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນວິວັດທະນາການພັດທະນາປະເທດຊາດ.

        ທ່ານເລຂາທິການໃຫຍ່ ສປຊ ສະແດງຄວາມປາດຖະໜາຢາກໄດ້ພົບປະທ່ານປະທານປະເທດ ໂຕເລີມ ໃນໄລຍະຈະມາເຖິງໂດຍໄວ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງ ສະຫະປະຊາຊາດ ແລະ ຫວຽດນາມ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ