ທ່ານ​ເລຂາທິການ​ໃຫຍ່ ສປຊ ປະກາດ​ບັນດາ​ການ​ເຄື່ອນ​ໄຫວບຸລິມະສິດ​ໃນ​ປີ 2020

(VOVWORLD) -ວັນທີ 4 ກຸມພາ, ຢູ່ສໍານັກງານ ສປຊ ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່ ສປຊ Antonion Guterres ໄດ້ດໍາເນີນການປະຊຸມຖະແຫຼງຂ່າວຕົ້ນປີ ເພື່ອແນໃສ່ຍົກອອກສານກ່ຽວກັບບັນດາບັນຫາບຸລິມະສິດຂອງອົງການດັ່ງກ່າວໃນປີ 2020.
ທ່ານ​ເລຂາທິການ​ໃຫຍ່ ສປຊ ປະກາດ​ບັນດາ​ການ​ເຄື່ອນ​ໄຫວບຸລິມະສິດ​ໃນ​ປີ 2020 - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonion Guterres (ພາບ: AP)

       ນັ້ນແມ່ນການສຸມໃສ່ຊອກຫາມາດຕະການໃຫ້ແກ່ແກ້ໄຂຄວາມເຄັ່່ງຕຶງດ້ານການເມືອງ, ຍູ້ແຮງບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ເພີ່ມທະວີການສົມທົບລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງຫຼາຍຝ່າຍອື່ນໆ.

        ກ່່ຽວກັບບັນດາການເຄື່ອນໄຫວລະອຽດ, ທ່ານ Guterres ໃຫ້ຮູ້ວ່າ ໃນປີ 2020, ສປຊ ຈະສຸມໃສ່ບັນດາຄວາມມານະພະຍາຍາມຊຸກຍູ້ການພົວພັນທາງການທູດຢ່າງແຮງກວ່າອີກ ເພື່ອສັນຕິພາບ; ຮຽກຮ້ອງໃຫ້ບັນດາປະເທດຄວນໃຫ້ຄໍາໝັ້ນສັນຍາຢ່າງແຮງກວ່າອີກ ນັບທັງການປະກາດດ້ານການເງິນໃນບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມບັນດາກອງປະຊຸມໃຫຍ່ໃນປີ 2020, ໂດຍສະເພາະແມ່ນກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຈະຈັດຂຶ້ນຢູ່ ອັງກິດ ຈະແມ່ນໂອກາດເພື່ອໃຫ້ມີການກະທໍາ; ສືບຕໍ່ມານະພະຍາຍາມສ້າງຂະບວນວິວັດແຫ່ງການຫັນເປັນໂລກາພິວັດຢ່າງຍຸຕິທໍາ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ສປຊ ກໍໄດ້ວາງອອກ ທັດສະວັດແຫ່ງການເຄື່ອນໄຫວ ເພື່ອຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ