ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສົ່ງ​ສານ​ຮຽກ​ຮ້ອງ​ໃຫ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຫວັງ

(VOVWORLD) -"ວກເຮົາຕ້ອງຜ່ານຜ່າການແບ່ງແຍກ ເພື່ອຊອກຫາມາດຕະການລວມ, ມີການກະທຳເພື່ອດິນຟ້າອາກາດ, ສ້າງໂອກາດແກ່ຂົງເຂດເສດຖະກິດ ແລະ ລະບົບການເງິນທົ່ວໂລກທີ່ຍຸຕິທຳກວ່າ ເພື່ອຮັບໃຊ້ໃຫ້ທັງໝົດ. ພວກເຮົາຕ້ອງພ້ອມກັນລຸກຂຶ້ນ ຕ້ານຄືນຄວາມແຕກໂຕນ ແລະ ຄວາມກຽດແຄ້ນ ທີ່ພວມທຳລາຍສາຍພົວພັນລະຫວ່າງບັນດາປະເທດ ແລະ ລະຫວ່າງວົງຄະນະຍາດຕ່າງໆ”.
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສົ່ງ​ສານ​ຮຽກ​ຮ້ອງ​ໃຫ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຫວັງ - ảnh 1 ເດັກນ້ອຍລໍຖ້າຮັບເຄື່ອງຊ່ວຍເຫຼືອມະນຸດສະທໍາ ຢູ່ Rafah, ເຂດ Gaza, ວັນທີ 19/11/2023 (ພາບ: THX/TTXVN)

ໃນສານສົ່ງໄປກ່ອນຈຸດເວລາຕ້ອນຮັບປີໃໝ່ສາກົນ 2024, ວັນທີ 28 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງ, ຢຸດຕິສົງຄາມໂດຍໄວ ເພື່ອຫຼຸດຜ່ອນຄວາມເຈັບປວດ ແລະ ຈຳກັດຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

        ໃນຕອນທຳອິດຂອງສານສະບັບດັ່ງກ່າວ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຕີລາຄາວ່າ ປີນີ້ ແມ່ນປີທີ່ເຈັບປວດສຳລັບມວນມະນຸດ ຂະນະທີ່ປະຊາຊົນຫຼາຍລ້ານຄົນຖືກຜົນກະທົບຢ່າງຮຸນແຮງຈາກສົງຄາມ, ຜົນເສຍຫາຍຈາກການປ່ຽນແປງຂອງດິນຟ້າອາກາດ, ອັດຕາອຶດຫິວທຸກຍາກເພີ່ມຂຶ້ນ, ໃນຂະນະທີ່ໜ່ວຍໂລກໄດ້ຜ່ານຜ່າປີຮ້ອນທີ່ສຸດໃນປະຫວັດສາດ. ເຖິງຢ່າງໃດກໍຕາມ, ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ການຫາວິທີຖີ້ມໂທດໃນຈຸດເວລານີ້ ຈະບໍ່ສາມາດແກ້ໄຂບັນຫາໄດ້ ແລະ ມວນມະນຸດຕ້ອງຮ່ວມແຮງຮ່ວມໃຈກ້າວເຂົ້າສູ່ປີໃໝ່ - 2024 ດ້ວຍຄວາມຕັດສິນໃຈສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຕັ້ງຄວາມຫວັງ.

        “ປີ 2024 ຕ້ອງແມ່ນປີແຫ່ງການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຟື້ນຟູຄວາມຫວັງຄືນໃໝ່. ພວກເຮົາຕ້ອງຜ່ານຜ່າການແບ່ງແຍກ ເພື່ອຊອກຫາມາດຕະການລວມ, ມີການກະທຳເພື່ອດິນຟ້າອາກາດ, ສ້າງໂອກາດແກ່ຂົງເຂດເສດຖະກິດ ແລະ ລະບົບການເງິນທົ່ວໂລກທີ່ຍຸຕິທຳກວ່າ ເພື່ອຮັບໃຊ້ໃຫ້ທັງໝົດ. ພວກເຮົາຕ້ອງພ້ອມກັນລຸກຂຶ້ນ ຕ້ານຄືນຄວາມແຕກໂຕນ ແລະ ຄວາມກຽດແຄ້ນ ທີ່ພວມທຳລາຍສາຍພົວພັນລະຫວ່າງບັນດາປະເທດ ແລະ ລະຫວ່າງວົງຄະນະຍາດຕ່າງໆ”.

 

ຕອບກັບ

ຂ່າວ/ບົດ​ອື່ນ