ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສະ​ເໜີ​ເພີ່ມພົນ​ທະ​ຫານຮັ​ກ​ສາ​ສັນ​ຕິ​ພາບອີກ ປະ​ມານ 2000 ຄົນ ຢູ່​ມາ​ລີ

(VOVWORLD) -ທ່ານ Antonio Guterres ຖືວ່າເລື່ອງສົ່ງພົນທະຫານຮັກສາສັນຕິພາບຂອງ ສປຊ ໄປຍັງ ມາລີຕື່ມອີກ ແມ່ນຈຳເປັນຍ້ອນວ່າ ບັນດາກຸ່ມມືປືນອິດສະລາມ ທີ່ກ່ຽວຂ້ອງເຖິງ Al Qeada ແລະ ລັດອິດສະລາມ (IS) ໄດ້ເປີດກ້ວາງຂອບຂະໜາດໃນການເຄື່ອນໄຫວແຕ່ຖານທີ່ໝັ້ນຢູ່ ພາກກາງມາລີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສະ​ເໜີ​ເພີ່ມພົນ​ທະ​ຫານຮັ​ກ​ສາ​ສັນ​ຕິ​ພາບອີກ ປະ​ມານ 2000 ຄົນ ຢູ່​ມາ​ລີ - ảnh 1ພົນທະຫານ MINUSMA ພວມປະຕິບັດໜ້າທີ່ຢູ່ ມາລີ (ພາບ: AFP/TTXVN)

ໃນບົດລາຍງານທີ່ໄດ້ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະເໜີເພີ່ມກຳລັງຮັກສາສັນຕິພາບ ສປຊ ຢູ່ ມາລີ (MINUSMA) ຕື່ມອີກ ປະມານ 2000 ຄົນ ເພື່ອຮັບປະກັນການປະຕິບັດໜ້າທີ່ຢູ່ເຂດພາກກາງຂອງມາລີ ໃຫ້ດີທີ່ສຸດ ແລະ ເພີ່ມທະວີລັກສະນະເຄື່ອນຖີ່ໃຫ້ແກ່ MINUSMA.

ທ່ານ Antonio Guterres ຖືວ່າເລື່ອງສົ່ງພົນທະຫານຮັກສາສັນຕິພາບຂອງ ສປຊ ໄປຍັງ ມາລີຕື່ມອີກ ແມ່ນຈຳເປັນຍ້ອນວ່າ ບັນດາກຸ່ມມືປືນອິດສະລາມ ທີ່ກ່ຽວຂ້ອງເຖິງ Al Qeada ແລະ ລັດອິດສະລາມ (IS) ໄດ້ເປີດກ້ວາງຂອບຂະໜາດໃນການເຄື່ອນໄຫວແຕ່ຖານທີ່ໝັ້ນຢູ່ ພາກກາງມາລີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ. ເຖິງຢ່າງໃດກໍ່ຕາມ, ທ່ານ  Guterres ກໍ່ເນັ້ນໜັກເຖິງແຜນການຂອງ ສປຊ ພຽງແຕ່ບັນລຸໄດ້ປະສິດທິຜົນຖ້າຫາກວ່າ ອຳນາດການປົກຄອງ ມາລີ ກໍ່ສຸມໃສ່ຄວາມມານະພະຍາຍາມ, ຮັບປະກັນຄວາມໝັ້ນຄົງ ແລະ ເພີ່ມທະວີບົດບາດຄວບຄຸມຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ