ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປຊ ຮຽກ​ຮ້ອງ​ຕ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຊູ​ດັງ

(VOVWORLD) - ທ່ານ Sheikh Mohammed bin Abdulrahman Al Thani ລັດຖະມົນຕີການຕ່າງປະເທດ ກາຕາ ໃຫ້ຮູ້ວ່າ ກາຕາຈະອຸປະຖຳເງິນເປັນຈຳນວນ 50 ລ້ານ USD ໃຫ້ແກ່ໂຄງການນີ້
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປຊ ຮຽກ​ຮ້ອງ​ຕ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຊູ​ດັງ - ảnh 1ຊາວລີ້ໄພຮັບເຄື່ອງໜູນຊ່ວຍຢູ່ ຊູດັງໃຕ້ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມສ້າງກອງທຶນໃຫ້ແກ່ ຊູດັງ ໂດຍ ສປຊ, ເຢຍລະມັນ, ອາຣັບບິ ຊາອຸດິ, ກາຕາ, ເອຢິບ ແລະ ສະຫະພາບ ອາບຟຼິກກາ ຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ ໃນວັນທີ 19 ມິຖຸນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາປະເທດເພີ່ມທະວີຄຳໝັ້ນສັນຍາໜູນຊ່ວຍໃຫ້ແກ່ ຊູດັງ, ເຊິ່ງແມ່ນສະຖານທີ່ເກີດການປະທະກັນ ລະຫວ່າງກອງທັບລັດຖະບານ ກຳລັງເຄິ່ງທະຫານ ກຸ່ມໜູນຊ່ວຍຢ່າງວ່ອງວ (RSF) ໄດ້ເຮັດໃຫ້ມີປະຊາຊົນກ່ວາ 2,2 ລ້ານຄົນຕ້ອງປະລະເຮືອນຊານ ໄປລີ້ໄພ, ກໍ່ຄືສ້າງວິກິດການດ້ານມະນຸດສະທຳທີ່ໜັກໜ່ວງ. ສປຊ ຄາດວ່າ ຕ້ອງມີເງິນເປັນຈຳນວນ 3 ຕື້ USD ໃນປີນີ້ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນຢູ່ຊູດັງ ກໍ່ຄືຄົນລີ້ໄພ ຢູ່ຕ່າງປະເທດ, ແຕ່ປັດຈຸບັນບັນດານັກອຸປະຖຳ ສະໜອງໄດ້ພຽງແຕ່ສ່ວນໜ້ອຍຂອງຕົວເລກດັ່ງກ່າວ.

ໃນກອງປະຊຸມ, ມີຜູ້ແທນຂອງບັນດາຝ່າຍໄດ້ໃຫ້ຄຳໝັ້ນສັນຍາປະກອບສ່ວນ. ທ່ານ Sheikh Mohammed bin Abdulrahman Al Thani ລັດຖະມົນຕີການຕ່າງປະເທດ ກາຕາ ໃຫ້ຮູ້ວ່າ ກາຕາຈະອຸປະຖຳເງິນເປັນຈຳນວນ 50 ລ້ານ USD ໃຫ້ແກ່ໂຄງການນີ້, ສ່ວນເຢຍລະມັນໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍດ້ານມະນຸດສະທຳ 200 ລ້ານ ເອີໂຣ, ກ່າວຄຳເຫັນແບບທາງໄກທີ່ກອງປະຊຸມ, ທ່ານນາງ Samantha Power ຜູ້ບໍລິຫານຂອງອົງການພັດທະນາສາກົນ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນຈະປະກອບສ່ວນເງິນຕື່ມອີກ 171 ລ້ານ USD ໃຫ້ແກ່ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ