ທ່​ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ການ​​​ນຳຈົ່ງ​ໃຫ້ໝັ້ນ​ສັນ​ຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ວັນທີ 26 ສິງຫາ, ຢູ່ກອງປະຊຸມ G7, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຍົກອອກສານຮີບດ່ວນໂດຍຮຽກຮ້ອງປະເທດຕ່າງໆຈົ່ງຮ່ວມແຮງຮ່ວມໃຈຕ້ານການປ່ຽນແປງຂອງດິນຟ້າອາກາດເພື່ອະນາຄົດຂຽວສົດ ແລະ ສະອາດກ່ວາ
ທ່​ານ​ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ການ​​​ນຳຈົ່ງ​ໃຫ້ໝັ້ນ​ສັນ​ຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1

ພາບປະກອບ: http://tapchitaichinh.vn

  ທ່ານ  Guterres ເນັ້ນໜັກວ່າ: ໂລກໄດ້ມີບັນດາພາຫະນະອັນຈຳເປັນເພື່ອແກ້ໄຂບັນດາບັນຫາຮີບດ່ວນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແຕ່ຄວາມມານະພະຍາຍາມນີ້ ຕ້ອງມີຄຳໝັ້ນສັນຍາດ້ານການເມືອງຂອງບັນດາການນຳໃນໂລກ, ໂດຍສະເພາະແມ່ນບັນດາການນຳກຸ່ມ G7. ຄຳຮຽກຮ້ອງຂອງທ່ານຖືກຍົກອອກມາ ໃນສະພາບການກອງປະຊຸມຂອງ ສປຊ ກ່ຽວກັບຕ້ານການປ່ຽນແປງຂອງດິນຟ້າອາກາດ ຈະດຳເນີນໄປໃນເດືອນໜ້າຢູ່ນີວຢອກ.

  ທ່ານເລຂາທິການໃຫ່ຍ ສປຊ ຍັງຮຽກຮ້ອງປະເທດຕ່າງໆ ຈົ່ງເຂົ້າຮ່ວມກອງປະຊຸມ ຕ້ານການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ໃນເດືອນກັນຍາຈະມາເຖິງເພື່ອພ້ອມກັນໃຫ້ຄຳໝັ້ນນສັນຍາລົບລ້າງປະລິມານອາຍເສຍ carbon ໃນປີ 2050 ກໍ່ຄືເພີ່ມລະດັບການໃຫ້ຄຳໝັ້ນສັນຍາຂອງແຕ່ລະປະເທດສຳລັບຂະບວນວິວັດແຫ່ງການກະທຳເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ