ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​​ໃຫ້​ມີບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ

(VOVWORLD) - ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງວ່າ “ຮອດເວລາແລ້ວທີ່ຕ້ອງເຕົ້າໂຮມກັນ ແລະ ເພີ່ມກຳລັງໃຫ້ແກ່ເປົ້າໝາຍຂອງໂລກ ແມ່ນສ້າງໂລກທີ່ມີຄວາມສະເໝີພາບກ່ວາ, ຍຸດຕິທຳກ່ວາ, ຍືນຍົງກ່ວາ, ໃນນັ້ນທຸກຄົນລ້ວນແຕ່ສາມາດປະຕິບັດສິດທິມະນຸດຂອງຕົນໄດ້ ເຊິ່ງບໍ່ຖືກຈຳແນກການປະພຶດ ແລະ ບໍ່ຄິດຢ້ານກົວ”.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​​ໃຫ້​ມີບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ - ảnh 1ແມ່ຍິງຄົນໜຶ່ງຢູ່ ບຣາຊິນ ສະແດງຄວາມປາດຖະໜາຢາກມີໂລກແຫ່ງຄວາມສະເໝີພາບ ລະຫວ່າງຍິງ - ຊາຍ (ພາບ: World Bank/Romel Simon)

        ວັນທີ 29 ມີນາ ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ມີບັນດາມາດຕະການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ກ່າວຄຳເຫັນທາງອອນລາຍຢູ່ກອງປະຊຸມຂອງ ເວທີສະເໝີພາບລຸ້ນຄົນ, ທ່ານ ເລຂາທິການໃຫຍ່ ສປຊ ຖືວ່າ ຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍ ບັນລຸໄດ້ບັນດາຄວາມກ້າວໜ້າສຳຄັນ ນັບແຕ່ພາຍຫຼັງກອງປະຊຸມໂລກ ກ່ຽວກັບແມ່ຍິງ ຢູ່ ປັກກິ່ງ ໃນປີ 1995, ແຕ່ບັນດາຄວາມກ້າວໜ້າໄດ້ດຳເນີນຢ່າງຊັກຊ້າ. ໂດຍພື້ນຖານແລ້ວ ຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍ ແມ່ນບັນຫາສິດອຳນາດ, ແລະ ສ່ວນຫຼາຍສິດອຳນາດນອນໃນມືຂອງເພດຊາຍ. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງວ່າ “ຮອດເວລາແລ້ວທີ່ຕ້ອງເຕົ້າໂຮມກັນ ແລະ ເພີ່ມກຳລັງໃຫ້ແກ່ເປົ້າໝາຍຂອງໂລກ ແມ່ນສ້າງໂລກທີ່ມີຄວາມສະເໝີພາບກ່ວາ, ຍຸດຕິທຳກ່ວາ, ຍືນຍົງກ່ວາ, ໃນນັ້ນທຸກຄົນລ້ວນແຕ່ສາມາດປະຕິບັດສິດທິມະນຸດຂອງຕົນໄດ້ ເຊິ່ງບໍ່ຖືກຈຳແນກການປະພຶດ ແລະ ບໍ່ຄິດຢ້ານກົວ”.

ຕອບກັບ

ຂ່າວ/ບົດ​ອື່ນ