ທ່ານເລຂາທິການໃຫຍ່ ສປຊ ເລັ່ງລັດບັນດາຝ່າຍຈົ່ງຢຸດຍິງຢູ່ເຂດ Gaza

ທ່ານເລຂາທິການໃຫຍ່ ສປຊ ເລັ່ງລັດບັນດາຝ່າຍຈົ່ງຢຸດຍິງຢູ່ເຂດ Gaza - ảnh 1
ກຳລັງກູ້ຊີບ ພວມຊອກຫາຜູ້ຖືກບາດເຈັບຈາກການບຸກໂຈມຕີ
ພາບ: Reuters


(vovworld) -  ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ຫາ​ກໍ່​​ເລັ່ງລັດ ອິດສະຣາ​ແອນ ​ແລະ ຂະ​ບວນການ Hamas ທີ່ພວມ​ຄວບ​ຄຸມເຂດ Gaza ຈ່ົງ​ຢຸດ​ຍິງ​​ໃນທັນ​ທີ່, ພ້ອມ​ທັງ​ກ່າວເຕືອນ​ວ່າ ການ​ບຸກ​ໂຈມ​ຕີ​ທາງບົກ​ຄັ້ງ​ໃຫຍ່ ຈະ​ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃດ​ໆນອກ​ເຫນືອ​ມະຫາ​ໄພ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ເລຂາ​ທິການ​ໃຫຍ່ ສະຫະພັນ ອາຣັບ (AL) Nabil al Arabi ຢູ່ ອີ​ຢີບ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ບັນດາ​ຜູຸ້ຖືກ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ ໃນ​ອາທິດ​ຜ່ານ​ມາ ​ຢູ່ ​ເຂດ Gaza ​ແລະ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ຕ້ອງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ທີ່​ຈຳ​ເປັນ​ຢ່າງ​ວ່ອງ​ໄວ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ນີ້. ຄຽງຄູ່​ກັນ​ນັ້ນ, ທ່ານ Ban Ki Moon ກໍຕີ​ລາ​ຄາ​ສູງ​ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ ອີ​ຢີບ ​ແລະ ສະຫະພັນ ອາຣັບ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ ຢູ່ ​ເຂດ Gaza.

​ໃນ​ຂະນະ​ນັ້ນ, ​ເຮືອບິນ ຂອງ ອິດສະຣາ​ແອນ ຍັງ​ຄົງ​ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເຂດ Gaza ​ໃນ​ວັນ​ທີ 20/11 ​ເຮັດ​ໃຫ້​ຊາວ ປາ​ແລດ​ສະຕິ​ນ 33 ຄົນ​ຖືກ​ເສຍ​ຊີວິດ. ນີ້​ແມ່ນ​ການ​ປະ​ທະ​ກັນ​ນອງ​ເລືອດ​ ນັບ​ແຕ່​ເມື່ອ Tel Aviv ​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ທາ​ງອາກາດ​ໃນ​ວັນ​ທີ 14/11. ຢູ່ ປາ​ແລສະຕີ​ນ,​​ໃນ​​ເກືອບ​ອາທິດ​ຜ່ານ​ມາ, ມີ 116 ຄົນ​ຖືກ​ເສຍ​ຊີວິດ ​ແລະ ກວ່າ 800 ຄົນ​ຖືກ​ບາດ​ເຈັບຍ້ອນ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ.

 

ຂ່າວ/ບົດ​ອື່ນ