ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ແລະ ການ​ນຳຫຼາຍ​ປະ​ເທດ ໄດ້​ສົ່ງ​ໂທ​ລະ​ເລກ, ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 76 ປີ

(VOVWORLD) -        ເນື່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 76 ປີ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສົ່ງສານອວຍພອນມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ແລະ ການ​ນຳຫຼາຍ​ປະ​ເທດ ໄດ້​ສົ່ງ​ໂທ​ລະ​ເລກ, ສານອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 76 ປີ - ảnh 1(ພາບປະກອບ: VOV)

ໃນສານອວຍພອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັ້ກວ່າ, ໃນການຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂຄວິດ - 19, ບັນດາປະເທດຄວນນຳໃຊ້ບັນດານະໂຍບາຍຟື້ນຟູ ເພື່ອສ້າງສັງຄົມແຫ່ງຍຸຕິທຳ, ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າອີກ; ປະຊາຄົມສາກົນກໍຄວນເພີ່ມທະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່ ສປຊ ກໍສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ສປຊ ເສີມຂະຫຍາຍບົດບາດຂອງຕົນ ແລະ ສ້າງໂລກແຫ່ງສັນຕິພາບ ແລະ ດີງາມກວ່າໃຫ້ແກ່ທຸກໆຄົນ.

        ເນື່ອງໃນໂອກາດນີ້, ການນຳບັນດາປະເທດ ເບລາຣຸດ, Madagascar, Nambia, Nicaragoa, ອິນເດຍ, ສິງກະໂປ, ເກຼັກ ກໍ່ໄດ້ສົ່ງໂທລະເລກ ແລະ ສານອວຍພອນມາຍັງການນຳ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ