ທ່ານເລຂາທິການໃຫຍ່ ສປຊ ໄປຍັງ ຢູແກຼນ

(VOVWORLD) - ຫ້ອງວ່າການເລຂາທິການໃຫຍ່ ສປຊ ໄດ້ປະກາດວ່າ ທ່ານ Antonio Guterres ຈະພົບປະກັບການນຳ ຢູແກຼນ Volodymyr Zelensky, ຢ້ຽມຢາມນະຄອນ Odessa.
ທ່ານເລຂາທິການໃຫຍ່ ສປຊ ໄປຍັງ ຢູແກຼນ - ảnh 1ກ່ຳປັ່ນ 5 ລຳໄດ້ເຂົ້າທຽບທ່າກ່ຳປັ່ນ Chornomorsk ຢູ່ແຄມທະເລດຳຂອງ ຢູແກຼນ ໃນວັນທີ 17 ສິງຫາ (ພາບປະກອບ: Reuters/Igor Tkachenko)

ກ່ຳປັ່ນໂດຍສານທ່ານເລຂາທິການໃຫຍ່ ສປຊ Antonio Guterres ພ້ອມກັບຄະນະປະຕິບັດງານພິເສດຂອງອົງການທົ່ວໂລກນີ້ໄດ້ເຂົ້າທຽບທ່າຢູ່ນະຄອນ Lvov ຂອງປະເທດ ຢູແກຼນ ໃນວັນທີ 17 ສິງຫາ. ຫ້ອງວ່າການເລຂາທິການໃຫຍ່ ສປຊ ໄດ້ປະກາດວ່າ ທ່ານ Antonio Guterres ຈະພົບປະກັບການນຳ ຢູແກຼນ Volodymyr Zelensky, ຢ້ຽມຢາມນະຄອນ Odessa. ວັນທີ 20 ສິງຫາ, ເລຂາທິການໃຫຍ່ ສປຊ ຈະເດີນທາງອອກຈາກ ຢູແກຼນ ໄປຍັງ Istanbul, ປະເທດ ຕວກກີ, ເຊິ່ງເປັນສະຖານທີ່ຈະພົບປະກັບທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan; ຢ້ຽມຢາມສູນປະສານງານ, ເຊິ່ງຈັດຕັ້ງຄືສ່ວນໜຶ່ງຂອງຂໍ້ຕົກລົງສົ່ງອອກທັນຍາຫານໂດຍ ຢູແກຼນ ແລະ ລັດເຊຍ ລົງນາມໃນເດືອນ ກໍລະກົດ ຜ່ານມາພາຍໃຕ້ການຄຳ້ປະກັນຂອງ ສປຊ ແລະ ຕວກກີ.

        ໃນຂະນະນັ້ນ, ກ່ຳປັ່ນ 5 ລຳໄດ້ເຂົ້າທຽບທ່າກ່ຳປັ່ນ Chornomorsk ຢູ່ແຄມທະເລດຳຂອງ ຢູແກຼນ ໃນວັນທີ 17 ສິງຫາ ເພື່ອຂົນສົ່ງຜະລິດຕະພັນກະເສດກ່ວາ 70.000 ໂຕນ. ນີ້ໄດ້ຮັບຖືວ່າ ແມ່ນຈຳນວນກ່ຳປັ່ນຂົນສົ່ງຜະລິດຕະພັນກະເສດຫຼາຍທີ່ສຸດທີ່ໄດ້ຮັບການຜັນຂະຫຍາຍຕາມຂໍ້ຕົກລົງສົ່ງອອກທັນຍາຫານໂດຍ ຢູແກຼນ ແລະ ລັດເຊຍ ລົງນາມໃນເດືອນ ກໍລະກົດຜ່ານມາພາຍໃຕ້ການຄ້ຳປະກັນຂອງ ສປຊ ແລະ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ