ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄປ​ຍັງ ໂຊ​ມາ​ລີ

(VOVWORLD) -ວັນທີ 11 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເລີ່ມຕົ້ນການຢ້ຽມຢາມ ໂຊມາລີ. ການຢ້ຽມຢາມຖືກດຳເນີນໃນຈຸດເວລາ  ໂຊມາລີ ພວມປະສົບກັບໄພແຫ້ງແລ້ງຢ່າງໜັກໜ່ວງ ເຮັດໃຫ້ຫຼາຍຄົນຕ້ອງຢືນຢູ່ຕໍ່ໜ້າໄພອຶດຫິວ, ໃນຂະນະນັ້ນ, ລັດຖະບານ ໂຊມາລີ ພວມປະເຊີນໜ້າກັບການລຸກຮື້ຂຶ້ນຢ່າງນອງເລືອດ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄປ​ຍັງ ໂຊ​ມາ​ລີ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Reuters)

ສປຊ ໄດ້ປຸກລະດົມການປະກອບເງິນຊ່ວຍເຫຼືອ 2,6 ຕື້ USD ເພື່ອການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ໂຊມາລີ ແຕ່ມາຮອດປັດຈຸບັນ ຫາກໍເກັບໄດ້ປະມານ 13% ຈຳນວນເງິນດັ່ງກ່າວ. ສປຊ ຄາດວ່າປະຊາກອນ ໂຊມາລີ ເຄິ່ງໜຶ່ງ ພວມຕ້ອງການການຊ່ວຍເຫຼືອມະນຸດສະທຳໃນປີນີ້, ຍ້ອນໄພແຫ້ງແລ້ງຢູ່ປະເທດນີ້. 70% ການເຄື່ອນໄຫວເສດຖະກິດ ແລະ ການເຄື່ອນໄຫວຂອງວິສາຫະກິດຕ່າງໆຢູ່ ໂຊມາລີ ຕ້ອງຢຸດໄວ້ ຫຼື ຖືກຜົນສະທ້ອນສ່ວນໃດໜຶ່ງ ຍ້ອນລາຄາໄຟ ແລະ ບັນດາປັດໄຈສົ້ນອອກການຜະລິດເພີ່ມຂຶ້ນສູງ, ເຮັດໃຫ້ສະພາບການກຳມະກອນ ແລະ ພາລະກອນຕ້ອງພັກການໃນວົງກວ້າງ.


ຕອບກັບ

ຂ່າວ/ບົດ​ອື່ນ