ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ, ຄະນະຜູ້ແທນຂັ້ນສູງ ກູບາ

(VOVWORLD) - ຕອນບ່າຍວັນທີ 27 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຈາວເລືອຈີ, ກຳມະການຄະນະປະຈຳກົມການເມືອງ, ເລຂາຄະນະກຳມະການກວດກາວິໄນສູນກາງພັກກອມມູນິດ ຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ, ຄະນະຜູ້ແທນຂັ້ນສູງ ກູບາ - ảnh 1ທ່ານ ຈາວເລືອຈີ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍ ສືບຕໍ່ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ມີຄວາມຄືບໜ້າທີ່ດີ, ແທດຈິງ, ເຄົາລົບສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລໃຫ້ສົມເຫດສົມຜົນ, ເພີ່ມທະວີນ້ຳໃຈມິດຕະພາບລະຫລ່າງປະຊາຊົນ 2 ປະເທດ ຊຸກຍູ້ການພັດທະນາທີ່ປອດໃສ, ມີສະຖຽນລະພາບຂອງການພົວພັນ ຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສະເໜີ ບັນດາອົງການທີ່ກ່ຽວຂ້ອງຂອງ 2 ພັກ, 2 ລັດ ເພີ່ມທະວີແບ່ງປັນບົດຮຽນໃນວຽກງານກວດກາ, ຕິດຕາມກວດກາ, ປ້ອງກັນຕ້ານການສໍ້ລາດບັງຫລວງ.

       ສ່ວນທ່ານ ຈາວເລືອຈີ ສະແດງຄວາມປາດຖະໜາວ່າ ການນຳ 2 ພັກ, 2 ລັດຈະສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການ, ທ້ອງຖິ່ນຂັ້ນຕ່າງໆ ໃນນັ້ນມີບັນດາອົງການກວດກາ, ປະຕິບັດວິໄນຂອງ 2 ພັກ, ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາຢ່າງຕັ້ງໜ້າ, ປອດໃສ, ໝັ້ນຄົງຍາວນານໃນໄລຍະຈະມາເຖິງ.

       ແລະກໍ່ໃນຕອນບ່າຍວັນທີ 27 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ກູບາ ໂດຍທ່ານ Roberto Morales Ojeda ກຳມະການກົມການເມືອງ, ຮອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີເປັນຫົວໜ້າຄະນະ, ທີ່ມາເຂົ້າຮ່ວມພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ