ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko)

        ຕອນບ່າຍວັນທີ 08 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ເບລາຣຸດ ກັບບັນດາການນຳ ຫວຽດນາມ, ທ່ານເຊື່ອໝັ້ນວ່າ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ແລກປ່ຽນບາງທິດທາງເພື່ອແນໃສ່ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ພັກກອມມູນິດ ຫວຽດນາມ ພ້ອມແລ້ວທີ່ຈະປັບປຸງ ແລະ ຍູ້ແຮງການພົວພັນຮ່ວມມືກັບບັນດາພັກການເມືອງຂອງ ເບລາຣຸດ.

        ສ່ວນທ່ານນາຍົກລັດຖະມົນຕີ Roman Golovchenko ເນັ້ນໜັກວ່າ, ເບລາຣຸດ ຖືການຮ່ວມມືລະຫວ່າງບັນດາພັກການເມືອງຂອງ ເບລາຣຸດ ກັບ ພັກກອມມູນິດ ຫວຽດນາມ ເປັນສຳຄັນ. ທ່ານກໍ່ເຫັນດີຕໍ່ບັນດາມາດຕະການໃຫຍ່ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກມາ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ໃນນັ້ນມີເລື່ອງຊຸກຍູ້ການພົວພັນດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ