ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Kim Jin Pyo

(VOVWORLD) - ຕອນບ່າຍວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Kim Jin Pyo - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo (ພາບ: VOV)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າໃນຫຼາຍດ້ານຂອງການພົວພັນສອງຝ່າຍ ດ້ວຍພື້ນຖານ ເປັນສາຍພົວພັນທີ່ມີມາແຕ່ດົນນານ, ແບ່ງປັນຜົນປະໂຫຍດລວມ, ມີກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເສີມສ້າງໃຫ້ກັນ, ພ້ອມດ້ວຍບັນດາຜົນງານໃນການພັດທະນາຢ່າງດີງາມໃນ 30 ປີ ຜ່ານມາ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳການພົວພັນຮ່ວມມືສອງຝ່າຍນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ, ໃນນັ້ນ ເອົາໃຈໃສ່ຊຸກຍູ້ການຢ້ຽມຢາມ, ພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ພ້ອມກັນປຶກສາຫາລືກ່ຽວກັບແຜນນະໂຍບາຍ ແລະ ການກຳນົດທິດໃຫຍ່ ເພື່ອພັດທະນາການພົວພັນສອງຝ່າຍ; ຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ.

        ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ເຫັນດີຢ່າງສູງຕໍ່ບັນດາຄຳເຫັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການເພີ່ມທະວີການພົວພັນລະຫວ່າງສອງປະເທດໃຫ້ດີຍິ່ງໆຂຶ້ນໃນໄລຍະຈະມາເຖິງ ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຢັ້ງຢືນວ່າ ສ.ເກົາຫຼີ ຖືເປັນສຳຄັນຕໍ່ຖານະບົດບາດຂອງ ຫວຽດນາມ ໃນບັນດາຍຸດທະສາດ ແລະ ຂໍ້ລິເລີ່ມໃໝ່ກັບພາກພື້ນ, ໃນນັ້ນ ມີຂໍ້ລິເລີ່ມສາມັກຄີ ສ.ເກົາຫຼີ - ອາຊຽນ.

ວັນຫ໊ຽວ

ຕອບກັບ

ຂ່າວ/ບົດ​ອື່ນ