ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເລຂາຄະ​ນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ ປະເທດ ຈີນ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີໃຫ້ແຂວງ ກວາງຊີ ແລະ ບັນດາແຂວງເຂດຊາຍແດນຂອງ ຫວຽດນາມ ນຳໜ້າ ແລະ ເສີມຈະຫຍາຍນ້ຳໃຈປະຈັນບານໃນການຮ່ວມມືດ້ານເສດຖະກິດ - ການຄ້າ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເລຂາຄະ​ນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ ປະເທດ ຈີນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານ ຫຼຽວນິງ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ
(ພາບ: TTXVN)

        ຕອນບ່າຍວັນທີ 31 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຕ້ອນຮັບທ່ານ ຫຼຽວນິງ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງຊີ, ປະເທດ ຈີນ ທີ່ພວມຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີໃຫ້ແຂວງ ກວາງຊີ ແລະ ບັນດາແຂວງເຂດຊາຍແດນຂອງ ຫວຽດນາມ ນຳໜ້າ ແລະ ເສີມຈະຫຍາຍນ້ຳໃຈປະຈັນບານໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ຜັນຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພົບປະແລກປ່ຽນປະຊາຊົນ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ.

        ສ່ວນທ່ານ ຫຼຽວນິງ ຢືນຢັນວ່າ, ແຂວງ ກວາງຊີ ຈະສືບຕໍ່ສົມທົບກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຢ່າງມີປະສິດທິຜົນ ເພື່ອຊາບຊຶມ ແລະ ປະຕິບັດຄວາມຮັບຮູ້ລວມ, ຂໍ້ຕົກລົງສຳຄັນລະຫວ່າງເລຂາທິການໃຫຍ່ຂອງ 2 ພັກ ຢ່າງເລິກເຊິ່ງ, ເພີ່ມທະວີການພົວພັນແລກປ່ຽນມິດຕະພາບລະຫວ່າງທຸກຂັ້ນ, ທຸກຂະແໜງການຂອງ 2 ປະເທດ; ຍູ້ແຮງການຮ່ວມມືຢ່າງແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ… ພ້ອມກັນສ້າງເສັ້ນຊາຍແດນໃຫ້ມີຄຸນນະພາບສູງ, ມີສັນຕິພາບ, ມິດຕະພາບ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເລຂາຄະ​ນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ ປະເທດ ຈີນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ຫຼຽວນິງ, ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງຊີ

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ຫຼຽວນິງ, ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງຊີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

          ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກບົດບາດ ແລະ ຄວາມສຳຄັນຂອງການພົວພັນຮ່ວມມືຂອງທ້ອງຖິ່ນໃນການພົວພັນລວມຂອງສອງປະເທດ, ສະແດງຄວາມປະຕິຊົມຊື່ນກ່ຽວກັບບັນດາຜົນງານທີ່ໜ້າຊື່ນຊົມໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ກັບ ແຂວງ ກວາງຊີ, ຖືນີ້ແມ່ນຈຸດເດັ່ນ, ປະກອບສ່ວນສຳຄັນໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ແຂວງ ກວາງຊີ ແລະ ບັນດາແຂວງເຂດຊາຍແດນ ນຳໜ້າ ແລະ ເສີມຂະຫຍາຍນ້ຳໃຈປະຈັນບານໃນການຮ່ວມມືເສດຖະກິດ - ການຄ້າ, ເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ, ພ້ອມກັນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ.

          ສ່ວນທ່ານ ຫຼຽວນິງ ຢັ້ງຢືນຈະຮັບເອົາຄຳເຫັນສຳຄັນຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ກວາງຊີ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ພິເສດແມ່ນບັນດາແຂວງເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ