ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຕອນເຊົ້າວັນທີ 1 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນຢູ່ທຳນຽບປະທານປະເທດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນປະຕິວັດ ເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ (2/9/1945 – 2/9/2022), ຕອນເຊົ້າວັນທີ 1 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນຢູ່ທຳນຽບປະທານປະເທດ.

ເມື່ອໂອ້ລົມກັບພະນັກງານ, ລັດຖະກອນຢູ່ເຂດປູຊະນີຍະສະຖານ, ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ໄດ້ສະເໜີໃຫ້ບັນດາພະນັກງານ, ລັດຖະກອນ ຄວນສືບຕໍ່ສຸມໃສ່ຄົ້ນຄ້ວາແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ເພື່ອໂຄສະນາ, ແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງທັງຢູ່ພາຍໃນປະເທດ ແລະ ແຂກສາກົນທີ່ມາຢ້ຽມຊົມເພື່ອມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງເພິ່ນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ຄຸນສົມບັດໂຮ່ຈີມິນ, ແມ່ນຄຸນສົມບັດສິນທຳປະຕິວັດ, ແມ່ນຄຸນທາດອັນສູງສົ່ງຂອງນັກປະຕິວັດ, ແມ່ນແບບແຜນການດຳລົງຊີວິດທີ່ລຽບງ່າຍ, ໃກ້ຊິດຕິດແທດກັບປະຊາຊົນ, ເຄົາລົບປະຊາຊົນ, ມີຄວາມເຊື່ອໝັ້ນຕໍ່ປະຊາຊົນ, ຮ່ຳຮຽນຈາກປະຊາຊົນ, ເຮັດຫຍັງກໍ່ເພື່ອຜົນປະໂຫຍດຂອງ ປະຊາຊົນ.

ແລະກໍ່ໃນຕ່ອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ເຂົ້າຮ່ວມພິທີໄວ້ອາໄລມີທ່ານປະທານປະເທດ ຫງວຽນຊວັນຟຸກ, ພ້ອມກັບບັນດາອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ