ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີແມວ 2023, ຕອນເຊົ້າວັນທີ 20 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໃນທຳບຽບປະທານປະເທດ ຢູ່ຮ່າໂນ້ຍ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ (ພາບ: TTXVN)

ເມື່ອໂອ້ລົມຢ່າງສະໜິດສະໜົມກັບພະນັກງານ, ພາລະກອນເຂດປູຊະນີຍະສະຖານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມຊົມເຊີຍພະນັກງານ, ພາລະກອນເຂດປູຊະນີຍະສະຖານທີ່ພະຍາຍາມປະຕິບັດວຽກງານໄດ້ຮັບການມອບໝາຍເປັນຢ່າງດີ, ເກັບຮັກສາ ແລະ ແນະນຳ ບັນດາເອກະສານຂໍ້ມູນ, ວັດຖຸພັນທີ່ມີຄ່າກ່ຽວກັບຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ໃຫ້ພໍ່ແມ່ພີ່ນ້ອງ ຢູ່ພາຍໃນປະເທດ ແລະ ແຂກທ່ອງທ່ຽວສາກົນ. ທ່ານ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:

ພວກສະຫາຍທີ່ເຮັດວຽກຢູ່ເຂດ ປູຊະນີຍະສະຖານຕ້ອງເຫັນໄດ້ຄວາມເປັນກຽດພ້ອມທັງຕັດສິນໃຈເປັນແບບຢ່າງຖ່າຍທອດແນວຄິດຄຸນສົມບັດຂອງເພິ່ນ ໃຫ້ແຂກທຸກສາລະທິດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາຢ້ຽມຢາມ ເຂດປູຊະນີຍະສະຖານ. ເນື່ອງໃນໂອກາດປີໃໝ່ ຂໍອວຍພອນໃຫ້ອ້າຍເອື້ອຍນ້ອງ ແລະ ຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ, ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ; ຖ່າຍທອດທາດແທ້ຄຸນສົມບັດ, ຄວາມເກັ່ງກ້າສາມາດທີ່ຍິ່ງໃຫຍ່ຂອງປະທານໂຮ່ຈີມິນ. ນັ້ນກໍ່ແມ່ນຮ່ຳຮຽນ ແລະ ເຮັດຕາມເພິ່ນ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດລວມຂອງພວກເຮົາ.

ລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະກໍ່ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈີມິນ ຢູ່ ເຮືອນເລກທີ 67 ເຂດປູຊະນິຍະສະຖານປະທານໂຮ່ຈີມິນ. ທ່ານປະທານສະພາແຫ່ງຊາດ ຢືນຢືນ ສະພາແຫ່ງຊາດ ຍາມໃດກໍ່ມານະພະຍາຍາມປະຕິບັດຫນ້າທີ່ໂດຍພັກ, ລັດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ