ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ທົ່ວປະເທດຮ່ວມແຮງຮ່ວມໃຈ, ຕັດສິນໃຈສ້າງສາປະເທດ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ ແລະ ຜາສຸກ

(VOVWORLD) - ມາຮອດປະຈຸບັນ, ພັກມີການພົວພັນກັບ 253 ພັກ ຢູ່ 115 ປະເທດໃນໂລກ, ໃນນັ້ນມີ 92 ພັກກອມມູນິດ. ກ່ຽວກັບການພົວພັນການທູດຂອງລັດ, ຫວຽດນາມ ໄດ້ເປີດກ້ວາງ, ເຮັດໃຫ້ການພົວພັນກັບ 193 ປະເທດ ເລິກເຊິ່ງກ່ວາອີກ, ໃນນັ້ນມີ 3 ປະເທດມີການພົວພັນພິເສດ, 6 ປະເທດແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, 12 ປະເທດ ຄູ່ຮ່ວມມືຍຸດທະສາດ ແລະ 12 ປະເທດຄູ່ຮ່ວມມືຮອບດ້ານ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ທົ່ວປະເທດຮ່ວມແຮງຮ່ວມໃຈ, ຕັດສິນໃຈສ້າງສາປະເທດ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ ແລະ ຜາສຸກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ:TTXVN )

ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024 ແລະ ສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/02/1930 – 3/02/2024), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ.

        ກ່ຽວກັບຜົນງານສຳຄັນພົ້ນເດັ່ນຂອງປະເທດຊາດໃນຕົ້ນອາຍຸການຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ຜ່ານໄລຍະເວລາ 3 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກນັ້ນປະເທດຊາດ, ທັງໄດ້ສຸມໃສ່ປ້ອງກັນ, ສະກັດກັ້ນ, ຄວບຄຸມໂລກລະບາດ, ທັງຊຸກຍູ້ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ. ເສດຖະກິດສືບຕໍ່ແມ່ນຈຸດເດັ່ນ, ເສດຖະກິດມະຫາພາກສະຖຽນລະພາບໂດຍພື້ນຖານ… ການເຕີບໂຕເສດຖະກິດໃນປີ 2022 ບັນລຸ 8,02%, ສູງກ່ວາຫຼາຍເມື່ອທຽບໃສ່ແຜນການວາງອອກແມ່ນ 6 -6,5%. ປີ 2023, ບັນລຸກ່ວາ 5%, ແມ່ນລະດັບສູງເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ; ເປັນຄັ້ງທຳອິດ GDP ຂອງ ຫວຽດນາມ ບັນລຸລະດັບ 430 ຕື້ໂດລາສະຫະລັດ, ນອນໃນກຸ່ມ 40 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ, 20 ພື້ນຖານເສດຖະກິດແຖວໜ້າກ່ຽວກັບການຄ້າ, ການດຶງດູດການລົງທຶນຕ່າງປະເທດ.

        ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສະພາບຫຍໍ້ທໍ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ວຽກງານນີ້ສືບຕໍ່ໄດ້ຮັບການປະຕິບັດຢ່າງເດັດຂາດ, ດ້ວຍຫຼາຍວິທີເຮັດໃໝ່.

        ສຳລັບວຽກງານພົວພັນການຕ່າງປະເທດຂອງພັກ, ລັດ ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ພັກມີການພົວພັນກັບ 253 ພັກ ຢູ່ 115 ປະເທດໃນໂລກ, ໃນນັ້ນມີ 92 ພັກກອມມູນິດ. ກ່ຽວກັບການພົວພັນການທູດຂອງລັດ, ຫວຽດນາມ ໄດ້ເປີດກ້ວາງ, ເຮັດໃຫ້ການພົວພັນກັບ 193 ປະເທດ ເລິກເຊິ່ງກ່ວາອີກ, ໃນນັ້ນມີ 3 ປະເທດມີການພົວພັນພິເສດ, 6 ປະເທດແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, 12 ປະເທດ ຄູ່ຮ່ວມມືຍຸດທະສາດ ແລະ 12 ປະເທດຄູ່ຮ່ວມມືຮອບດ້ານ.

        ຈາກບັນດາຜົນງານບັນລຸໄດ້ ແລະ ບົດຮຽນທີ່ມີຢູ່ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ: ດ້ວຍບັນຍາກາດ ແລະ ຈິດໃຈໃໝ່, ກຳລັງໜູນໃໝ່, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຈະສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈ, ສູ້ຊົນ, ຕັດສິນໃຈ, ມານະພະຍາຍາມສູງກ່ວາອີກເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ວາງອອກໃຫ້ທັງອາຍຸການຊຸດທີ XIII ຢ່າງມີໄຊ, ສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ສິວິໄລ, ຜາສຸກ, ຄືປະທານ ໂຮ່ຈີມິນ ແລະ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບລໍຄອຍ.

ຕອບກັບ

ຂ່າວ/ບົດ​ອື່ນ