ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດລາວ ຂອງທ່ານ ທອງລຸນ ສີສຸລິດ ແມ່ນເຫດການການເມືອງສຳຄັນຍິ່ງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ງານລ້ຽງ)

ຕອນຄ່ຳວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ເຂົ້າຮ່ວມງານລ້ຽງມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດລາວ ຂອງທ່ານ ທອງລຸນ ສີສຸລິດ ແມ່ນເຫດການການເມືອງສຳຄັນຍິ່ງ, ແມ່ນຂີດໝາຍທີ່ມີຄວາມໝາຍປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ - ລາວ:

        “ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີສະຕິຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄຊຊະນະຂອງຫວຽດນາມ ລ້ວນແຕ່ມີຂີດໝາຍທີ່ເຂັ້ມຂົ້ນໄປດ້ວຍການສະໜັບສະໜູນ, ການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ສຸດຈິດສຸດໃຈໄປດ້ວຍຄວາມປາດຖະໜາດີຂອງພັກ, ລັດ ແລະ ປະຊາຊົນລາວ. ພວກຂ້າພະເຈົ້າໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ເພື່ອຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

        ໃນການກ່າວຕອບຄືນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ, ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, 2 ຝ່າຍໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມ, ລົງນາມໃນບັນດາເອກະສານສຳຄັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັດຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ຈະໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງຂະນົງແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ