ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮ່າ​ໂນ້ຍ

(VOVWORLD) -  ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 26 ພະຈິກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ  ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ບາດິ່ງ, ດົງດາ ແລະ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ຕາມຮູບການໂດຍກົງສົມທົບກັບທາງໄກ.
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮ່າ​ໂນ້ຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງນະຄອນ ຮ່າໂນ້ຍ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ຕີລາຄາວ່າ ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ມີການປ່ຽນແປງໃໝ່ ແລະ ປັບປຸງຫຼາຍຢ່າງ, ການປຶກສາຫາລືໄດ້ດຳເນີນໄປຢ່າງກົງໄປກົງມາ, ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ສຸມໃສ່ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງພວມສົນໃຈ. ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ສະພາແຫ່ງຊາດ ຈະສືບຕໍ່ຍົກສູງຄຸນນະພາບການຕິດຕາມວຽກງານປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງລັດ; ເພີ່ມທະວີການກວດກາ, ກວດສອບ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໃນການເຄື່ອນໄຫວລົງທຶນ; ເພີ່ມທະວີການລົງທຶນໃຫ້ແກ່ຂະແໜງສາທາລະນະສຸກຂັ້ນຮາກຖານ ແລະ ວຽກງານການແພດສຸກເສີນ ແນໃສ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ບັນດາຄຳເຫັນເຫຼົ່ານີ້ ຈະໄດ້ຮັບການຮວບຮວມ ແລະ ສົ່ງໃຫ້ອົງການຈັດຕັ້ງທີ່ມີໜ້າທີ່ຮັບຜິດຊອບແກ້ໄຂໂດຍໄວ. ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງນະຄອນ ຮ່າໂນ້ຍ ແລະ ປະຊາຊົນ ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ສຸມໃສ່ຍູ້ແຮງການພັດທະນາເສດຖະກິດ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ