ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວ​ງ​ກ໋​ວາງ​ນິງ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ມີຈຸດພິເສດສະເພາະ, ບໍ່ພຽງແຕ່ເປັນແຮງງານທີ່ມີສີມືດີ ເທົ່ານັ້ນ ແຕ່ກໍ່ຍັງມີຊີວິດວັດທະນະທຳທີ່ອຸດົມສົມບູນ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດການ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ້ອງ ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວ​ງ​ກ໋​ວາງ​ນິງ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ເຮັດວຽກກັບການນຳແຂວງກ໋ວາງນິງ

    ໃນການໄປປະຕິບັດງານຢູ່ແຂວງກ໋ວາງນິງ, ຕອນເຊົ້າວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ລົງຢ້ຽມຢາມອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກ໋ວາງນິງ, ເຮັດວຽກກັບຄະນະປະຈຳຄະນະພັກແຂວງກ໋ວາງນິງ ແລະ ການນຳຫຼັກແຫຼ່ງກ່ຽວກັບສະພາບການ, ໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 15. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງກ່າວວ່າ : 

    “ຕ້ອງຜູກມັດຢ່າງກົມກຽວການພັດທະນາລະຫວ່າງຕົວເມືອງກັບຊົນນະບົດ, ຊຸກຍູ້ການເຊື່ອມຕໍ່ຂົງເຂດ. ບັນດາຕົວເມືອງຂອງແຂວງ ກວາງນິງ ພວມພັດທະນາຢ່າງວ່ອງໄວ, ນອກຈາກນັ້ນ, ກວາງນິງ ຍັງມີເຂດຊົນນະບົດທີ່ກວ້າງຂວາງ, ຊາວເຜົ່າສ່ວນໜ້ອຍ, ປະຊາຊົນຢູ່ໝູ່ເກາະ... ເພາະສະນັ້ນ ໃນຍຸດທະສາດພັດທະນາຂອງແຂວງ ກວາງນິງ ຕ້ອງສຸມໃສ່ກໍ່ສ້າງຊົນນະບົດໃໝ່. , ລົງທຶນເຂົ້າໃນການພັດທະນາກະສິກຳສີຂຽວ - ສະອາດ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ, ເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ດ້ວຍຖານະບົດບາດທີ່ສຳຄັນຂອງຕົນ, ກວາງນິງ ຕ້ອງເສີມຂະຫຍາຍບົດບາດນຳໜ້າໃນການປ່ຽນແປງໃໝ່ ຢູ່ເຂດທົ່ງພຽງພາກເໜືອ, ແມ່ນທ້ອງຖິ່ນທີ່ມີການເຕີບໂຕຂອງພາກເໜືອ; ເອົາໃຈໃສ່ເຖິງເສດຖະກິດທະເລຕິດພັນກັບກັບການປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ແລະ ສະພາບແວດລ້ອມນິເວດເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ.”

      ກ່ອນໜ້ານັ້ນທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຍັງໄດ້ໄປຢ້ຽມຢາມ, ກວດກາ, ໃຫ້ກຳລັງໃຈພະນັກງານ, ພາລະກອນບໍລິສັດຫຸ້ນສ່ວນຖ່ານຫີນ ວ່າງແຢງ - Vinacomin ໃນບໍລິເວນນະຄອນອວງບີ້ ເມື່ອໂອ້ລົມກັບກຳມະກອນ, ນັກເຕັກນິກຂອງໜ່ວຍງານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນເຖິງບົດບາດສຳຄັນ ແລະ ມູນເຊື້ອຂອງຊົນຊັ້ນກຳມະກອນຫວຽດນາມ ເວົ້າລວມ ແລະ ຂອງແຂວງກ໋ວາງນິງເວົ້າສະເພາະ ໃນທຸກຍຸກສະໄໝ, ນັບແຕ່ໃນສະໄໝຕໍ່ຕ້ານ, ສະໄໝສັນຕິພາບຕະຫຼອດຮອດກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຊົນຊັ້ນກຳມະກອນ ຫວຽດນາມ ຍາມໃດກໍ່ມີຈຸດພິເສດສະເພາະ, ບໍ່ພຽງແຕ່ເປັນແຮງງານທີ່ມີສີມືດີ ເທົ່ານັ້ນ ແຕ່ກໍ່ຍັງມີຊີວິດວັດທະນະທຳທີ່ອຸດົມສົມບູນ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດການ.

ຕອບກັບ

ຂ່າວ/ບົດ​ອື່ນ