ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຝູ​ຈ້ອງ: ສ້າງ​ລະ​ບອບ​ລະ​ບຽບ​ການ​ຄວບ​ຄຸມ​ສິດ​ອຳ​ນາດ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໃຫ​້​ສົມ​ບູນ​ແບບ

(VOVWORLD) -ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 21, ສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2021 ແລະ ປະກອບຄຳເຫັນໃສ່ລາຍການວຽກງານປີ 2022.
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຝູ​ຈ້ອງ: ສ້າງ​ລະ​ບອບ​ລະ​ບຽບ​ການ​ຄວບ​ຄຸມ​ສິດ​ອຳ​ນາດ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໃຫ​້​ສົມ​ບູນ​ແບບ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ  ໃນປີ 2021, ເຖິງວ່າໃນສະພາບໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ວຽກງານຂອງຄະນະກໍ່ໄດ້ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ແລະ ປະຕິບັດສຳເລັດຕາມແຜນການ.

        ກ່ຽວກັບໜ້າທີ່ຈຸດສຸມຂອງວຽກງານປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຈຸດສຸມແມ່ນສ້າງລະບອບລະບຽບການຄວບຄຸມສິດອຳນາດໃຫ້ສົມບູນແບບ ເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ຂົງເຂດທີ່ເກີດການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໄດ້ງ່າຍ; ກົນໄກຄວບຄຸມຊັບສິນ, ລາຍຮັບ, ຮັບປະກັນໃຫ້ແທດຈິງ, ມີປະສິດທິຜົນ; ສຳຫຼວດກວດຄືນ, ແກ້ໄຂບ່ອນທີ່ຍັງບົກພ່ອງໃນກົນໄກ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການຮັບເໝົາ, ປະມູນ, ຄຸ້ມຄອງ, ນຳໃຊ້ທີ່ດິນ, ການເງິນ, ຊັບສິນຂອງລັດ…; ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກວດການ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງ, ເທດສະບານ ແລະ ຮ່າງກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງໂດຍກົງເຖິງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ