ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງຄວາມມານະພະຍາຍາມ, ຈິດໃຈເປັນແບບຢ່າງທີ່ດີ ແລະ ບັນດາໝາກຜົນໂດຍຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດ ບັນລຸໄດ້ໃນປີ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ ໄດ້ຈັດກອງປະຊຸມຕີລາຄາໝາກຜົນ, ສຳຫຼວດກວດກາຄືນການຊີ້ນຳປະຕິບັດໜ້າທີ່ການເມືອງໃນປີນີ້, ວາງອອກທິດທາງ, ໜ້າທີ່ປີ 2024. ໂດຍມີການເຂົ້າຮ່ວມຂອງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບ ຕີລາຄາວ່າ ປີນີ້, ຄະນະພັກຕຳຫຼວດສູນກາງ ໄດ້ຊີ້ນຳປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກຢ່າງມີປະສິດທິຜົນ, ຮັກສາທ່າເປັນເຈົ້າການຍຸດທະສາດ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການປ້ອງກັນຄວາມສະຫງົບ, ຄວາມປອດໄພທາງສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງຄວາມມານະພະຍາຍາມ, ຈິດໃຈເປັນແບບຢ່າງທີ່ດີ ແລະ ບັນດາໝາກຜົນໂດຍຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດ ບັນລຸໄດ້ໃນປີ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ ຄະນະພັກຕຳຫຼວດສູນກາງ ເປັນເຈົ້າການຄົ້ນຄ້ວາທີ່ມີລະບົບ, ເປັນເສນາທິການກັບລັດ ແລະ ບັນດາທ້ອງຖິ່ນກ່ຽວກັບນະໂຍບາຍ, ກົດໝາຍວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງການພົວພັນການຕ່າງປະເທດ ຂອງປະເທດຊາດ, ພ້ອມທັງສືບຕໍ່ປະຕິບັດບັນດາມາດຕະການ ການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ, ການປ້ອງກັນ, ຕ້ານອາດຊະຍາກຳຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ