ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຫລຸບ​ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ

(VOVWORLD) -ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອ່ນອື່ນໝົດ, ສະພາທິດສະດີສູນກາງຕ້ອງມີສະຕິຄວາມຮັບຮູ້ຄວາມຮຽກຮ້ອງທິດດີສະດີການເມືອງໃນໄລຍະໃໝ່ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ;
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຫລຸບ​ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ - ảnh 1

(ພາບ: TTXVN)

      ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫລຸບອາຍຸການ 2016-2021 ຂອງສະພາທິດສະດີສູນກາງ,  ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ໃນ 5 ປີຜ່ານມາ, ສະພາທິດສະດີສູນກາງໄດ້ປ່ຽນແປງໃໝ່ຮູບແບບ ແລະ ວີທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການເຕົ້າໂຮມບັນດານັກວິທະຍາສາດ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ; ສືບທອດຜົນງານປະສົບການຂອງບັນດາອາຍຸການກ່ອນ, ບັນລຸໄດ້ບັນດາບາດກ້າວພັດທະນາທີ່ໜ້າຮັບຮູ້, ປະຕິບັດສຳເລັດພາລະໜ້າທີ່, ໜ້າທີ່ທີ່ໄດ້ມອບໝາຍ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງພັກ ແລະ ປະເທດຊາດ. ເມື່ອເຕື້ອງເຖິງທິດທາງວຽກງານຂອງສະພາທິດສະດີສູນກາງໃນອາຍຸການໃໝ່, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອ່ນອື່ນໝົດ, ສະພາທິດສະດີສູນກາງ ຕ້ອງມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ຄຳຮຽກຮ້ອງທິດດີສະດີການເມືອງໃນໄລຍະໃໝ່; ສຸມໃສ່ຍົກສູງຄຸນນະພາບສະຫລຸບພຶດຕິກຳຕົວຈິງ, ຄົ້ນຄ້ວາທິດສະດີກ່ວາອີກ; ຍົກສູງຄຸນນະພາບ, ປະສິດທິຜົນໃນການໃຫ້ຄຳປຶກສາກ່ຽວກັບທິດສະດີການເມືອງ ຊ່ວຍຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ຊີ້ນຳ ນຳພາ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

   ສະພາຕອ້ງມີຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອສ້າງໄດ້ລະບົບບັນດາທິດສະດີພຶດຕິກຳຕົວຈິງທີ່ ມີລັກສະນະວິທະຍາສາດຢ່າງແທດຈິງ ມິລັກສະນະຕໍ່ສູ້, ກຳລັງເກັ້ຍກ່ອມສູງ ຮັບໃຊ້ຢ່າງແທດຈິງ ແລະ ມີປະສິດທິຜົນ ໃຫ້ແກ່ການຕໍ່ສູ້ດ້ານແນວຄິດທິດສະດີ ກັບບັນດາອິດທິກຳລັງທີ່ເປັນປໍລະປັກທີ່ໄດ້ ແລະ ພວມດຳເນີນໄປຢ່າງຂ້ຽວຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ