ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Joe Biden

(VOVWORLD) - ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ເຖິງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Joe Biden - ảnh 1ການເຈລະຈາລະຫວ່າງສອງຝ່າຍໃນວັນທີ 9 ກັນຍາ

ຕອນບ່າຍວັນທີ 10 ກັນຍາ, ພາຍຫຼັງພິທີຕ້ອນຮັບເປັນທາງການຢູ່ ຮ່າໂນ້ຍ, ທ່ານເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄະນະຜູ້ແທນຂັ້ນສູງ ອາເມລິກາ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິ ການໃຫຍ່ ຫງວຽນຝູຈ້ອງ.

    ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ເຖິງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້້ວາງຂວາງ; ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ສຳລັບບັນດາສະພາບການທີ່ສັບສົນ ແລະ ການປະທະກັນສາກົນ, ຫວຽດນາມ ປາດຖະໜາຢາກໃຫ້ບັນດາຝ່າຍດຳເນີນການເຈລະຈາ, ແກ້ໄຂໂດຍສັນຕິວິທີບົນພື້ນຖານເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ. ຫວຽດນາມ ຕີລາຄາສູງຫຼັກໝັ້ນຂອງ ອາເມລິກາ ທີ່ສະໜັບສະໜູນ ຫຼັກໝັ້ນຂອງ ຫວຽດນາມ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນຫາທະເລຕາເວັນອອກ.

        ສ່ວນທ່ານປະທານາທິບໍດີ Joe Biden  ເນັ້ນໜັກການຖືເປັນສຳຄັນຕໍ່ບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ, ຕີລາຄາສູງບົດບາດຕັ້ງໜ້າຂອງ ຫວຽດນາມ ໃນຫຼາຍບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ. ທ່ານປະທານາທິບໍດີ ຢັ້ງຢືນການສະໜັບສະໜູນສຳລັບບົດບາດໃຈກາງ ຂອງ ອາຊຽນ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນ ຄວາມສາມັກຄີ ແລະ ວັດທະນາຖາວອນຂອງ ອາຊຽນ. ທ່ານປະທານາທິບໍດີ ເນັ້ນໜັກວ່າ ທະເລຕາເວັນອອກ ມີທີ່ຕັ້ງບົດບາດສຳຄັນສຳລັບຄວາມວັດທະນາຖາວອນ, ສະຖຽນລະ ພາບສາກົນ ແລະ ຢັ້ງຢືນຄືນໃໝ່ທັດສະນະຂອງ ອາເມລິກາ ກ່ຽວກັບບັນຫາ ທະເລຕາເວັນອອກ. ທ່ານປະທານາທິບໍດີ Biden ຕີລາຄາສູງເລື່ອງສອງປະເທດຍົກ ລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ແລະ ທ່ານປະທານາທິບໍດີ Joe Biden  ກໍ່ເຫັນດີເປັນເອກະພາບຖືວ່າ ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ບັນດາປັດໄຈສຳຄັນ ແຖວໜ້າ ຕໍ່ການພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ແມ່ນການເຄົາລົບ ບັນດາ ຫຼັກການພື້ນຖານ ກຳນົດທິດໃຫ້ແກ່ການພົວພັນສອງປະເທດ, ໃນນັ້ນມີການ ເຄົາລົບ ກົດບັດ ສປຊ, ກົດໝາຍສາກົນ ແລະ ລະບອບການເມືອງ, ເອກະລາດ, ເປັນເຈົ້າຕົນເອງ, ຜືນແຜ່ນດິນຄົບຖ້ວນຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ