ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກັບການນຳຫຼັກແຫຼ່ງ

(VOVWORLD) - ທີ່ກອງປະຊຸມ, ບັນດາການນຳຫຼັກແຫຼ່ງຕີລາຄາວ່າ, ໃນ 2 ເດືອນຜ່ານມາ, ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກັບການນຳຫຼັກແຫຼ່ງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກັບການນຳຫຼັກແຫຼ່ງ
(ພາບ: TTXVN)

        ຕອນບ່າຍວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກັບການນຳຫຼັກແຫຼ່ງ, ລວມມີ: ທ່ານປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ທ່ານຜູ້ປະຈຳການຄະນະເລຂາສູນກາງພັກ ເລືອງເກື່ອງ, ເພື່ອຕີລາຄາກ່ຽວກັບສະພາບການ ແລະ ໝາກຜົນວຽກງານໃນເດືອນ ເມສາ, ພຶດສະພາ ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

        ທີ່ກອງປະຊຸມ, ບັນດາການນຳຫຼັກແຫຼ່ງຕີລາຄາວ່າ, ໃນ 2 ເດືອນຜ່ານມາ, ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ, ຄື: ການພັດທະນາເສດຖະກຳດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ກໍ່ສ້າງພັກ ແລະ ລະບົບການເມືອງ, ໃນນັ້ນ, ພົ້ນເດັ່ນແມ່ນການຈັດກອງປະຊຸມສູນກາງພັກຄັ້ງທີ 7, ຈັດກອງປະຊຸມສະໄໝສາມັນເທື່ອທີ 1 (ຄັ້ງທີ 1), ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ດ້ວຍຫຼາຍເນື້ອໃນສຳຄັນ. ສະພາບການເສດຖະກິດ - ສັງຄົມສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ຮັກສາເສດຖະກິດມະຫາພາກເປັນປົກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ.

        ກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງໃນໄລຍະຈະມາເຖິງ, ການນຳຫຼັກແຫຼ່ງເນັ້ນໜັກວ່າ, ໃນສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ, ຍາດທີ່ຄາດຄະເນໄດ້, ສະນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເອກະພາບ, ຊີ້ນຳການປະຕິບັດບັນດາໜ້າທີ່ໃຫ້ມີປະສິດທິຜົນ. ລະອຽດແມ່ນ, ຕ້ອງຊຸກຍູ້ການເຕີບໂຕເສດຖະກິດຢ່າງແຮງ; ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ການຫັນເປັນດີຈີຕອນ; ຮັກສາການປ້ອງກັນຊາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄວ້ຢ່າງໝັ້ນຄົງ; ຜັນຂະຫຍາຍວຽກງານພົວພັນຕ່າງປະເທດໃຫ້ມີປະສິດທິຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ