ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ

(VOVWORLD) - ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ສະເໜີໃຫ້ກອງທັບ ປຊຊ ຫວຽດນາມ ຕ້ອງຍົກສູງຄຸນນະພາບການຝຶກອົບຮົມ, ຊ້ອມຮົມ, ລະດັບຄວາມຮູ້ ແລະ ກຳລັງຄວາມສາມາດກຽມພ້ອມສູ້ຮົບ, ເປັນແກ່ນສານໃນການສ້າງສາພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງຮອບດ້ານ, ໝັ້ນຄົງເຂັ້ມແຂງ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ - ảnh 1

 (ພາບ:VOV )

  ວັນທີ 3 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດກອງປະຊຸມຄັ້ງທີ 6, ອາຍຸການ 2020-2025, ຕີລາຄາໝາກຜົນການຊີ້ນຳປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ການກໍ່ສ້າງອົງຄະນະພັກກອງທັບໃນ 6 ເດືອນຕົ້ນປີ; ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2023. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃສ່ໃຈວ່າ ຄະນະພັກການທະຫານສູນກາງ ຕ້ອງສຸມໃສ່ຊີ້ນຳທົ່ວກອງທັບ ເປັນເຈົ້າການກຳແໜ້ນສະພາບການ, ເປັນເສນາທິການໃຫ້ຖືກຕ້ອງ, ທັນການ ບັນດາມາດຕະການເພື່ອແກ້ໄຂກໍລະນີຕ່າງໆ, ນັບທັງໃນທາງອາກາດ, ບົນທະເລ, ເຂດຊາຍແດນ ແລະ ພາຍໃນປະເທດ. ທົ່ວກອງທັບສືບຕໍ່ຮັກສາທ່າເປັນເຈົ້າການຍຸດທະສາດໃຫ້ໝັ້ນຄົງ, ບໍ່ໃຫ້ຕົກໃນທ່າຮັບ; ຕັ້ງໜ້າຄົ້ນຄ້ວາ, ເປັນເສນາທິການໃຫ້ພັກ, ລັດ ປະກາດໃຊ້ບັນດາມະຕິ, ກົດໝາຍວ່າດ້ວຍທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ, ປ້ອງກັນພົນລະເຮືອນ. ຈຸດສຸມໃນໄລຍະຈະມາເຖິງແມ່ນຈະສະຫຼຸບ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ XIII ກ່ຽວກັບຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ສະເໜີໃຫ້ກອງທັບ ປຊຊ ຫວຽດນາມ ຕ້ອງຍົກສູງຄຸນນະພາບການຝຶກອົບຮົມ, ຊ້ອມຮົມ, ລະດັບຄວາມຮູ້ ແລະ ກຳລັງຄວາມສາມາດກຽມພ້ອມສູ້ຮົບ, ເປັນແກ່ນສານໃນການສ້າງສາພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງຮອບດ້ານ, ໝັ້ນຄົງເຂັ້ມແຂງ. ຮອດປີ 2025 ໄດ້ກໍ່ສ້າງກອງທັບກະທັດລັດ, ເຂັ້ມແຂງໂດຍພື້ນຖານ ຕາມເນື້ອໃນຈິດໃຈໄດ້ກຳນົດໃນມະຕິກອງປະຊຸມໃຫ່ຍພັກກອມມູນິດ ຫວຽດນາມຊຸດທີ XIII.

 

ຕອບກັບ

ຂ່າວ/ບົດ​ອື່ນ