ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ມີກິດຕິຄຸນມະນຸດທີ່ໃຫຍ່ຫຼວງ

(VOVWORLD) - ທ່ານເລຂາທິການໃຫຍ່ແມ່ນການນຳດີເດັ່ນເພື່ອເປົ້າໝາຍສ້າງສາປະເທດໝັ້ນຄົງເຂັ້ມແຂງ, ວັດທະນະຖາວອນ ແລະ ປະຊາຊົນມີຄວາມຜາສຸກ, ອີ່ມໜຳສຳລານ ແລະ ມີອິດທິພົນຢ່າງໃຫຍ່ຫຼວງ ບໍ່ພຽງແຕ່ຢູ່ພາຍໃນປະເທດ, ພາກພື້ນ, ຫາກໃນທົ່ວໂລກອີກດ້ວຍ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ມີກິດຕິຄຸນມະນຸດທີ່ໃຫຍ່ຫຼວງ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ)

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ. ເມື່ອແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແບ່ງປັນວ່າ, ໂດຍແມ່ນຜູ້ນຳໜ້າລັດຖະບານ ທ່ານມີຄວາມເປັນກຽດ, ເອກອ້າງທະນົງໃຈເມື່ອໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນເວລາກວ່າ 8 ປີ, ໃນບັນດາຕຳແໜ່ງທີ່ແຕກຕ່າງກັນ.

        “ທີ 1, ທ່ານເລຂາທິການໃຫຍ່ແມ່ນການນຳດີເດັ່ນເພື່ອເປົ້າໝາຍສ້າງສາປະເທດໝັ້ນຄົງເຂັ້ມແຂງ, ວັດທະນະຖາວອນ ແລະ ປະຊາຊົນມີຄວາມຜາສຸກ, ອີ່ມໜຳສຳລານ ແລະ ມີອິດທິພົນຢ່າງໃຫຍ່ຫຼວງ ບໍ່ພຽງແຕ່ຢູ່ພາຍໃນປະເທດ, ພາກພື້ນ, ຫາກໃນທົ່ວໂລກອີກດ້ວຍ. ທີ 2, ທ່ານເລຂາທິການໃຫຍ່ແມ່ນນັກເຄື່ອນໄຫວມີພຶດຕິກຳຕົວຈິງທີ່ອຸດົມສົມບູນຢ່າງເລິກເຊິ່ງ, ນັກທິດສະດີດີເລີດຂອງພັກ, ປະກອບສ່ວນສຳຄັນເຂົ້າໃນການສ້າງລັດທິສັງຄົມ ແລະ ເສັ້ນທາງກ້າວຂຶ້ນລັດທິສັງຄົມຢູ່ ຫວຽດນາມ, ດ້ວຍເປົ້າໝາຍລຸລ່ວງແມ່ນຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ແຫຼ່ງກຳລັງ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາ. ທີ 3, ທ່ານເລຂາທິການໃຫຍ່ແມ່ນນັກວັດທະນະທຳໃຫຍ່ ດ້ວຍແນວຄິດວັດທະນະທຳເຂັ້ມຂຸນໄປດ້ວຍສີສັນຊາດ, ວັດທະນະທຳແມ່ນແກ່ນສານຂອງຊາດ, ວັດທະນະທຳຍັງມີຢູ່ຊາດກໍ່ຍັງມີຢູ່, ວັດທະນະທຳເສຍຫາຍໄປຊາດກໍ່ເສຍຫາຍໄປຕາມ. ທີ 4, ທ່ານເລຂາທິການໃຫຍ່ແມ່ນຜູ້ມີກິດຕິຄຸນມະນຸດໃຫຍ່ຫຼວງ, ຖືກຽດແມ່ນສິ່ງທີ່ສັກກະລັບູຊາສູງສົ່ງທີ່ສຸດ, ເມດຕາ, ຄຸນທຳ ແລະ ວັດທະນະທຳມະນຸດ”.

        ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວຮອດເວລາເຖິງແກ່ມໍລະນະກຳ, ທ່ານເລຂາທິການໃຫຍ່ ຍາມໃດກໍ່ມີຄະຕິເຕືອນໃຈ, ມີຄວາມສຸດຈິດສຸດໃຈ, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍົກສູງກຳລັງນຳພາ, ກຳລັງຕໍ່ສູ້ຂອງອົງການພັກ ແລະ ສະມາຊິກພັກ, ສ້າງກົງຈັກລັດຢ່າງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສ້າງທ່າອ່ຽງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງພາຍໃນພັກ, ລັດ.

        ສຳລັບລັດຖະບານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ເອົາໃຈໃສ່, ລະດົມກຳລັງໃຈ, ຕັກເຕືອນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແບ່ງປັນຕື່ມອີກວ່າ:

        “ຕ້ອງສ້າງລັດຖະບານປອດໃສ, ສັດຊື່ບໍລິສຸດ, ມີການກະທຳເພື່ອຮັບໃຊ້ປະຊາຊົນ, ຜົນງານຂອງປີຕໍ່ໄປຕ້ອງສູງກວ່າປີກ່ອນ, ຜົນງານຂອງໄຕມາດຕໍ່ໄປຕ້ອງດີກວ່າໄຕມາດກ່ອນ. ຄຳຕັກເຕືອນດັ່ງກ່າວສະແດງໃຫ້ເຫັນລັກສະນະກວມລວມ, ລັກສະນະເປົ້າໝາຍ, ມີຈຸດປະສົງຢ່າງຈະແຈ້ງ ແລະ ພວກຂ້າພະເຈົ້າໄດ້ຫັນສິ່ງນັ້ນເປັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນທີ່ສຸດ ໃນວິວັດການຈັດຕັ້ງການເຄື່ອນໄຫວຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ