ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຈີນ ສື​ຈິນ​ຜິງ ແລກ​ປ່ຽນ​ຈົດ​ໝາຍ​ອວຍ​ພອນ​ປີ​ໃໝ່ ປີ​ມະ​ໂລງ 2024

(VOVWORLD) -   ປີ 2024, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ປາດຖະໜາວ່າ ບັນດາຂະແໜງ, ທຸກຂັ້ນ ແລະ ທ້ອງຖິ່ນຕ່າງໆຈະຊາບຊືມ, ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງທີ່ບັນລຸໄດ້ໃຫ້ເປັນຢ່າງດີ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຈີນ ສື​ຈິນ​ຜິງ ແລກ​ປ່ຽນ​ຈົດ​ໝາຍ​ອວຍ​ພອນ​ປີ​ໃໝ່ ປີ​ມະ​ໂລງ 2024 - ảnh 1

(ພາບ: VOV)

   ວັນທີ 2 ກຸມພາ, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິນຜິງ ແລກປ່ຽນຈົດໝາຍອວຍພອນປີໃໝ່ ເນື່ອງໃນໂອກາດ ປຊຊ ສອງປະເທດ ຫວຽດນາມ ແລະ ຈີນ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024.

  ໃນຈົດໝາຍ, ທ່ານເລຂາທິການໃຫ່ຍທັງສອງ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ໜ້າທ່າອ່ຽງພັດທະນາຢ່າງຕັ້ງໜ້າ ແລະ ຄວາມຄືບໜ້າສຳຄັນ ໃນສາຍພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ, ລະຫວ່າງສອງປະເທດ ຫວຽດນາມ-ຈີນ ໃນທຸກດ້ານ, ນັບແຕ່ຫຼັງການຢ້ຽມຢາມຄັ້ງປະຫວັດສາດ ເມື່ອເດືອນຕຸລາປີ 2022 ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ພາຍຫຼັງກອງປະຊຸມໃຫ່ຍຄັ້ງທີ XX ຂອງພັກກອມມູນິດ ຈີນ.

   ປີ 2024, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ປາດຖະໜາວ່າ ບັນດາຂະແໜງ, ທຸກຂັ້ນ ແລະ ທ້ອງຖິ່ນຕ່າງໆຈະຊາບຊືມ, ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງທີ່ບັນລຸໄດ້ໃຫ້ເປັນຢ່າງດີ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ຈີນ ພັດທະນາຢ່າງໃສແຈ້ງ, ເປັນປົກກະຕິ ແລະ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

    ສ່ວນທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິນຜິງ ປາດຖະໜາວ່າ ສອງຝ່າຍຈະເສີມຂະຫຍາຍລະດັບສູງໃໝ່ ຂອງການພົວພັນສອງຝ່າຍ, ຊຸກຍູ້ການພົບປະແລກປ່ຽນຮ່ວມມືໃນທຸກຊ່ອງທາງ, ທຸກຂັ້ນ, ບັນດາຂົງເຂດໄດ້ຜັນຂະຫຍາຍ ດ້ວຍລະດັບຄວາມຮູ້ ແລະ ຄຸນນະພາບສູງ, ຕໍ່ກຳລັງໜູນໃຫ້ພາລະກິດຫັນເປັນທັນສະໄໝຂອງສອງປະເທດ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດຢ່າງໃຫ່ຍຫຼວງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ