ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແກ່ນ​ສານ​ໃນ​ການ​ຊີ້​ນຳ​ນຳ​ພາ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະແດງໃຫ້ເຫັນບົດບາດແກ່ນສານໃນການຊີ້ນຳນຳພາ, ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ສ້າງຄວາມສາມັກຄີ, ມີຄວາມເປັນເອກະພາບທາງດ້ານແນວຄິດຈິດໃຈ ແລະ ການກະທຳ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແກ່ນ​ສານ​ໃນ​ການ​ຊີ້​ນຳ​ນຳ​ພາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ພາບ: TTXVN)

ວັນທີ 3/2/2024 ແມ່ນຄົບຮອບ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ((3/2/1930 – 3/2/2024). ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ຫວຽດນາມ ບັນລຸໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງ. ໃນຜົນງານແຫ່ງການພັດທະນາປະເທດຊາດໃນຊຸມປີມໍ່ໆມານີ້, ມີບົດບາດທີ່ໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ.

ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ (ນັບແຕ່ປີ 2011 ມາຮອດປັດຈຸບັນ), ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະແດງໃຫ້ເຫັນບົດບາດແກ່ນສານໃນການຊີ້ນຳນຳພາ, ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ໄດ້ສ້າງຄວາມສາມັກຄີ, ມີຄວາມເປັນເອກະພາບທາງດ້ານແນວຄິດຈິດໃຈ ແລະ ການກະທຳ, ສ້າງຄວາມເຫັນດີເປັນເອກະພາບຢູ່ລະດັບສູງໃນລະບົບການເມືອງ. ເມື່ອຕີລາຄາກ່ຽວກັບບົດບາດຂອງທ່ານເລຂາທິການໃຫຍ່, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ:

ທ່ານເລຂາທິການໃຫຍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການກຳນົດວິໄສທັດຍຸດທະສາດຂອງພັກ ແລະ ຊົນຊາດ; ຖືເປັນສຳຄັນການສະຫຼຸບພຶດຕິກຳຕົວຈິງ ເພື່ອ ປັບປຸງ, ປະຕິບັດທິດສະດີກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ ໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ; ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມ; ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊາດ - ຊົນຊາດ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ຢ່າງໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ