ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລ້າງເຊີນ

(VOVWORLD) - ຕ້ອງຂຸດຄົ້ນ, ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນທັງໝົດ, ດ້ວຍຈິດໃຈຖືປະຊາຊົນເປັນໃຈກາງ, ຈາກນັ້ນ, ແກ້ໄຂບັນດາບັນຫາສັງຄົມໃຫ້ເປັນຢ່າງດີ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລ້າງເຊີນ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຮັດວຽກກັບຄະນະປະຈຳພັກແຂວງ)

        ຕອນເຊົ້າວັນທີ 25 ສິງຫາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳພັກແຂວງ ແລະ ຄະນະການນຳຫຼັກແຫຼ່ງແຂວງ ລ້າງເຊີນ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ, ໃນໄລຍະຜ່ານມາ, ໃນເງື່ອນໄຂທີ່ປະເທດຊາດຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຂວງ ລ້າງເຊີນ ໄດ້ເສີມຂະຫຍາຍນ້ຳໃຈສາມັກຄີ, ຕັ້ງໜ້າປ່ຽນແປງໃໝ່ປະດິດຄິດສ້າງ, ຜັນຂະຫຍາຍຫຼາຍມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ, ບັນລຸຜົນງານສຳຄັນຫຼາຍຢ່າງໃນການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ແລະ XIII ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ລ້າງເຊີນ ຄັ້ງທີ XVII.

        ເມື່ອເຕື້ອງເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

        “ຕ້ອງຂຸດຄົ້ນ, ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນທັງໝົດ, ດ້ວຍຈິດໃຈຖືປະຊາຊົນເປັນໃຈກາງ, ຈາກນັ້ນ, ແກ້ໄຂບັນດາບັນຫາສັງຄົມໃຫ້ເປັນຢ່າງດີ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນັ້ນ, ຂ້າພະເຈົ້າສະເໜີໃຫ້ແຂວງ ກໍ່ເອົາໃຈໃສ່ເປັນພິເສດຕໍ່ການປ່ຽນແປງໃໝ່, ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ, ຄຸນນະພາບການເບິ່ງແຍງ, ປົກປ້ອງສຸຂະພາບຂອງປະຊາຊົນ. ເອົາໃຈໃສ່ການນຳພາວຽກງານບຳລຸງສ້າງອາຊີບ ແລະ ແກ້ໄຂວຽກເຮັດງານທຳ, ໂດຍສະເພາະສຳລັບແຫຼ່ງຊັບພະຍາກອນເຂດຊົນນະບົດ, ເຂດພູດອຍ, ເຂດທີ່ຜັນຂະຫຍາຍບັນດາໂຄງການລົງທຶນໃໝ່; ຕ້ອງເອົາໃຈໃສ່ປະຕິບັດບັນດາລະບອບ, ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ພໍ່ແມ່ປະຊາຊົນບັນດາເຜົ່າ, ບັນຫາຮັບປະກັນຊີວິດສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ເປັນຢ່າງດີ; ເພື່ອໃຫ້ຊີວິດການເປັນຢູ່ຂອງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກໃຫ້ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ”.

ຕອນບ່າຍວັນດ່ຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານຊາຍແດນສາກົນ ຮຶວງີ້ (ດ່ານມິດຕະພາບ).

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນກຳລັງລະຫວ່າງຂະແໜງພວມເຮັດວຽກຢູ່ເຂດດ່ານຊາຍແດນ. ທ່ານເລຂາທິການໃຫຍ່ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງແຂວງ ລ້າງເຊີນ ແລະ ບັນດາກຳລັງທີ່ມີໜ້າທີ່ຢູ່ດ່ານຊາຍແດນ ຮຶວງີ້ ໃນວຽກງານ ພ້ອມກັບປະເທດ ຈີນ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທ້ອງຖິ່ນຂອງ 2 ປະເທດ, ໃນນັ້ນມີການຄຸ້ມຄອງ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ