ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່ ຫງວຽນ​ຝູຈ້ອງ​ສົ່ງ​ຈົດ​ໝາຍ ​ຊົມ​ເຊີຍ​ເວ​ທີ​ປາ​ໄສ​ລະ​ຫວ່າງ ພັກ​ກອມ​ມູ​ນິດຈີນ ແລະ ບັນ​ດາ​ພັກ​ການ​ເມືອງ​ມາກ​ຊິດ ໃນ​ໂລກ

(VOVWORLD) -ທີ່ເວທີປາໄສ, ທ່ານ ເລຮ່ວາຍຈຸງ ໄດ້ກ່າວຈົດໝາຍຊົມເຊີຍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສົ່ງເຖິງເວທີປາໄສ. 
ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່ ຫງວຽນ​ຝູຈ້ອງ​ສົ່ງ​ຈົດ​ໝາຍ ​ຊົມ​ເຊີຍ​ເວ​ທີ​ປາ​ໄສ​ລະ​ຫວ່າງ ພັກ​ກອມ​ມູ​ນິດຈີນ ແລະ ບັນ​ດາ​ພັກ​ການ​ເມືອງ​ມາກ​ຊິດ ໃນ​ໂລກ - ảnh 1ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ເວທີປາໄສທາງໄກ (ພາບ: TTXVN)

ຕອນຄ່ຳວັນທີ 28 ກໍລະກົດ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັວຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ນຳໜ້າເຂົ້າຮ່ວມເວທີປາໄສລະຫວ່າງພັກກອມມູນິດ ຈີນ ແລະ ບັນດາພັກການເມືອງມາກຊິດ ໃນໂລກ ແບບທາງໄກ. ມີການນຳ ແລະ ຜູ້ແທນປະມານ 300 ທ່ານ ຂອງກ່ວາ 100 ພັກການເມືອງມາກຊິກ ທີ່ມາຈາກ 70 ປະເທດໃນໂລກ ໄດ້ເຂົ້າຮ່ວມເວທີປາໄສ.

        ທີ່ເວທີປາໄສ, ທ່ານ ເລຮ່ວາຍຈຸງ ໄດ້ກ່າວຈົດໝາຍຊົມເຊີຍຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສົ່ງເຖິງເວທີປາໄສ. ໃນຈົດໝາຍ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນເຖິງບັນດາການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ຄຸນຄ່າຄົງຕົວຂອງລັດທິມາກ - ເລນິນ ແລະ ພ້ອມກັນແບ່ງປັນບົດຮຽນປະສົບການໃນການໝູນໃຊ້, ພັດທະນາລັດທິມາກ - ເລນິນ ເຂົ້າໃນສະພາບພຶດຕິກຳຕົວຈິງຂອງແຕ່ລະພັກ, ແຕ່ລະປະເທດ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາພັກມາກຊິດ ກຳລັງກ້າວໜ້າໃນໂລກ. ພັກກອມມູນິດ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ກຽມພ້ອມເປີດກວ້າງການຮ່ວມມືກັບພັກການເມືອງມາກຊິກ ແລະ ບັນດາກຳລັງກ້າວໜ້າໃນໂລກ ໃນພາລະກິດຕໍ່ສູ້ເພື່ອສັນຕິພາບ, ມິດຕະພາບ, ປະຊາທິປະໄຕ ແລະ ວັດທະນາຖາວອນລວມ, ພ້ອມທັງພັດທະນາລັດທິ ມາກ - ເລນິນ ຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ